ກອງທັບ ຟີລິບປີນ ເພີ່ມທະວີການກວາດລ້າງພວກທະຫານກະບົດ NPA
(VOVWORLD) - ວັນທີ 26 ພະຈິກ, ຫົວໜ້າເສນາທິການບັນດາກຳລັງປະກອບອາວຸດ ຟີລິບປີນ, ທ່ານພົນຕີ Rey Leonardo Guerrero ໄດ້ອອກຄຳສັ່ງໃຫ້ພົນທະຫານກວາດລ້າງບັນດາມືປືນ “ກອງທັບປະຊາຊົນໃໝ່” (NPA)
ພົນທະຫານ ຟີລິບປີນ |
ພວມສືບຕໍ່ຕ້ານລັດຖະບານ. ທ່ານພົນຕີ Rey Leonardo Guerrero ອອກຄຳສັ່ງໃຫ້ກອງທັບ ເພີ່ມທະວີບັນດາບັ້ນຮົບການທະຫານ ເພື່ອແນໃສ່ດັບສູນ NPA ແລະ ປົກປ້ອງປະຊາຊົນຈາກລັດທິກໍ່ການຮ້າຍ. ປັດຈຸບັນ ຍັງມີມືປືນ NPA ປະມານ 3.800 ຄົນສືບຕໍ່ສູ້ຮົບ, ເປັນຕົ້ນແມ່ນຢູ່ບັນດາແຂວງທີ່ທຸກຍາກທີ່ສຸດຂອງ ຟີລິບປີນ.
ກ່ອນໜ້ານັ້ນ, ວັນທີ 23 ພະຈິກ, ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໄດ້ເຊັນຖະແຫຼງການ ຢຸດຕິການເຈລະຈາກັບບັນດາກຸ່ມປະກອບອາວຸດຢູ່ປະເທດນີ້ຢ່າງເປັນທາງການ, ອັດຄວາມຫວັງຢຸດຕິສະພາບການປະທະກັນ ທີ່ແກ່ຍາວມາເປັນເວລາເຄິ່ງສະຕະວັດທີ່ຜ່ານມາຢູ່ ຟີລິບປິນ ໄວ້ໂດຍຜ່ານການເຈລະຈາ ໄດ້ເຫັດໃຫ້ 30.000 ເສຍຊີວິດ.