ຮອດ​ປີ 2030, ແຂວງ ບິ່ງ​ເຢືອງ ກາຍ​ເປັນ​ສູນ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​, ຮອບ​ດ້ານ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

(VOVWORLD) - ຕອນເຊົ້າວັນທີ 26 ກັນຍາ, ຢູ່ແຂວງ ບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດແຜນຜັງໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ສົ່ງເສີມການລົງທຶນແຂວງ ບິ່ງເຢືອງ.
ຮອດ​ປີ 2030, ແຂວງ ບິ່ງ​ເຢືອງ ກາຍ​ເປັນ​ສູນ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​, ຮອບ​ດ້ານ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ການວາງແຜນຜັງວາງຄາດໝາຍຮອດປີ 2030, ບິ່ງເຢືອງ ແມ່ນສູນພັດທະນາທີ່ຂະຫຍັນຂັນເຄື່ອນ, ຮອບດ້ານຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ນຳໜ້າກ່ຽວກັບຂົງເຂດວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ສູນເຕັກໂນໂລຢີ, ການບໍລິການທັນສະໄໝ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ປະຕິບັດການ “ປະຈັນບານ 3 ປະການ”, ນັ້ນແມ່ນ:

        “ປະຈັນບານເຊື່ອມຕໍ່ພື້ນຖານເສດຖະກິດກັບເຂດ, ພາກ, ປະເທດ, ສາກົນ, ໂດຍສະເພາະແມ່ນການເຊື່ອມຈອດຄົມມະນາຄົມສີຂຽວ, ຫັນເປັນດີຈີຕອນກັບ ກຳປູເຈຍ, ເຕີຍງວຽນ ຜ່ານ ບິ່ງເຟຶອກ, ຕາເວັນຕົກສ່ຽງໃຕ້ ຜ່ານນະຄອນ ໂຮ່ຈີມິນ, ເຊື່ອມຈອດປະເທດກັບປະເທດ ຜ່ານທ່າອາກາດສະຍານສາກົນ ລອງແທັ່ງ ແລະ ທ່າກ່ຳປັ່ນ ກ໊າຍແມັບ - ທິຫວາຍ. ປະຈັນບານໃນການເປັນເຈົ້າການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ ແລະ ເສດຖະກິດຕອນກາງຄືນ, ພິເສດແມ່ນຫັນເປັນພື້ນຖານເສດຖະກິດີຈີຕອນ ແລະ ພື້ນຖານເສດຖະກິດສີຂຽວ. ປະຈັນບານເປັນເຈົ້າການ, ຕັ້ງໜ້າກໍ່ສ້າງເຂດອຸດສາຫະກຳລຸ້ນໃໝ່, ສຸມໃສ່ການນະວັດຕະກຳ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ອຸດສາຫະກຳ 4.0, ພັດທະນາເຂດອຸດສາຫະກຳລຸ້ນໃໝ່, ຂຽວ, ດີຈີຕອນ, ເຕັກໂນໂລຢີສູງ, ອັດສະລິຍະ, ສຸມໃສ່ນະວັດຕະກຳ, ສະຕາດອັບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.”

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ