ກອງປະຊຸມຂ່າວ “ ພິທີມອບລາງວັນໂຮ່ຈິມິນ ” ກ່ຽວກັບດ້ານວິທະຍາສາດປີ 2010

ກອງປະຊຸມຂ່າວ “ ພິທີມອບລາງວັນໂຮ່ຈິມິນ ” ກ່ຽວກັບດ້ານວິທະຍາສາດປີ 2010 - ảnh 1
( ພາບ: petrotimes.vn )

( vovworld ) - ພິທີ​ມອບ​ລາງວັນ​ໂຮ່ຈິ​ມິນ ​ແລະ ລາງວັນ​ລະດັບລັດ​ກ່ຽວກັບ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີປີ 2010 ຈະ​ຖືກຈັດ​ຂື້ນ​ໃນ​ວັນ​ທີ 18/2 ທີ່​ຈະ​ມາ​ເຖິງ​ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ຮັບ​ຮູ້, ​ເຊີດ​ຊູ, ປຸກລະດົມ​ຂອງ​ລັດ​​ສຳລັບບັນດາ​ການ​ອຸທິດ​ສ່ວນ​ຂອງ​ບັນດານັກວິທະຍາສາດ​​ ຫວຽ​ດນາມ ​ໃນບັນດາ​ຂົງເຂດວິທະຍາສາດ​ທຳ​ມະ​ຊາດ, ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວິທະຍາສາດ​ກະສິກຳ, ວິທະຍາສາດ​ການ​ແພດ - ການ​ຢາ.

ທີ່​ກອງ​ປະຊຸມ​ຂ່າວໃນ​ຕອນ​ເຊົ້າ​ວັນ​ທີ 14/2 ​ຢູ່​ຮ່າ​ໂນ້ຍ, ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີໃຫ້​ຮູ​້ວ່າ, ​ໃນ 32 ​ກິດຈະກຳ​ທີ່ໄດ້ຮັບການ​ເລືອກ​​ເຟັ້ນ​ໃນຄັ້ງ​ນີ້ມີ 12 ​ກິດຈະກຳໄດ້​ຮັບລາງວັນໂຮ່ຈິ​ມິ​ງ ​ແລະ ມີ 20 ​ກິດຈະກຳໄດ້​ຮັບ​​ລາງວັນ​ລະດັບ​ລັດ. ສາດສະດາຈານ, ດອກ​ເຕີ ວູມິ​ງຢາງ, ຮອງ​ປະທານ​ສະພາ​ລະດັບລັດພິຈາລະນາ ມອບລາງວັນ ​ໂຮ່ຈິ​ມິ​ນ ​ແລະ ລາງວັນ​ລະດັບ​ລັດກ່ຽວ​ກັບ​ວິທະຍາສາດ​ເຕັກ​ໂນໂລ​ຊີ​ໃຫ້​ຮູ້​ວ່າ.

“ ຈາກ 67 ​ກິດຈະກຳທີ່​ໄດ້​ຜ່ານການ​ເລືອກ​​ເຟັ້ນຢູ່​ຂັ້ນ​ຮາກ​ຖານ​, ສຸດ​ທ້າຍຍັງເຫ​ຼືອ ພຽງ 32 ​​ກິດຈະກຳ​ເທົ່ານັ້ນ. ອາດຈະເວົ້າ​ໄດ້​ວ່າ ນີ້​ແມ່ນ​ວິວັດ​ການ​ເລືອກ​​ເຟັ້ນຢ່າງ​ລະອຽດ. ບັນດາ​​ກິດຈະກຳ​ນີ້​ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່ການ​ພັດທະນາ​ເສດຖະກິດ ສັງຄົມຂອງ​ປະ​ເທດ​ຊາດ. ມາດ​ຖານ​ທີ່​ສຳຄັນ​ອັນ​ດັບໜື່ງຂອງ​ບັນດາ​​ກິດຈະກຳນີ້​ແມ່ນ ຕ້ອງ​ມີ​ການ​ປະກອບສ່ວນ​ທີ່​ໃຫຍ່​ຫຼວງ​ສຳລັບ​ຂົງ​ເຂດເສດຖະກິດສັງຄົມ, ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ແລະ ວັດທະນະທຳ​ສັງຄົມ ”​.
ຂ່າວ/ບົດ​ອື່ນ