ຫວຽດ​ນາມ ລົບ​ລ້າງ​ທາດ CO2 ປະ​ມານ 220 ລ້ານໂຕນນັບ​ແຕ່​ເວ​ລາ​ເຂົ້າ​ຮ່ວມ​ສັນ​ທິ​ສັນ​ຍາ Vienna ກ່ຽວ​ກັບ​ການ​ປ້ອງກັນ​ຊັ້ນ ozone

(VOVWORLD) - ຫວຽດນາມໄດ້ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສົນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone ແລະ ອະນຸສັນຍາ Montreal ກ່ຽວກັບບັນດາທາດທຳລາຍຊັ້ນ ozone ກ່ອນນີ້ 30 ປີ. 
ຫວຽດ​ນາມ ລົບ​ລ້າງ​ທາດ CO2 ປະ​ມານ 220 ລ້ານໂຕນນັບ​ແຕ່​ເວ​ລາ​ເຂົ້າ​ຮ່ວມ​ສັນ​ທິ​ສັນ​ຍາ Vienna ກ່ຽວ​ກັບ​ການ​ປ້ອງກັນ​ຊັ້ນ ozone - ảnh 1ທ່ານ ເລກົງແທັງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: baotainguyenmoitruong.vn)

ນີ້ແມ່ນຂໍ້ມູນຂ່າວສານທີ່ໄດ້ຍົກອອກມາ ຢູ່ກອງປະຊຸມສຳມະນາ “ວັນສາກົນປ້ອງກັນຊັ້ນ ozone ປີ 2024 – 30 ປີແຫ່ງວັນຫວຽດນາມເຂົ້າຮ່ວມສົນທິສັນຍາ ozone ແລະ ອະນຸສັນຍາ Montreal”, ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາຢູ່ຮ່າໂນ້ຍ.

ຢູ່ກອງປະຊຸມສຳມະນາ, ບົດປະກອບຄຳເຫັນຂອງນັກປະຖະກະຖາຫຼາຍທ່ານລ້ວນແຕ່ໃຫ້ຂໍ້ສັງເກດວາ ພາຍຫຼັງ 30 ປີເຂົ້າຮ່ວມສົນທິສັນຍາ Vienna ແລະ ອະນຸສັນຍາ Montreal, ປະຊາຄົມສາກົນໄດ້ຕີລາຄາຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຢ່າງສູງ, ໄດ້ມານະພະຍາຍາມປະຕິບັດຫຼາຍໜ້າທີ່, ມາດຕະການເພື່ອຄວບຄຸມ, ລົບລ້າງທາດທຳລາຍຊັ້ນ ozone , ທາດກໍ່ຜົນກະທົບເຮືອນແກ້ວ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ຕາມວິວັດທະນາການ ໂດຍລັດຖະບານຮັບຮອງເອົານັ້ນ, ຮອດປີ 2045 ຫວຽດນາມ ຈະຫຼຸດລົງການປ່ອຍທາດ CO2 ກ່ວາ 11 ລ້ານໂຕນ, ປະກອບສ່ວນປະຕິບັດເປົ້າໝາຍບັນລຸການປ່ອຍທາດພິດລົງລະດັບ 0 ໃນປີ 2050. ຕາມທ່ານ ເລກົງແທັງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລ້ວ, ເພື່ອປະຕິບັດສຳເລັດວິວັດທະນາການນັ້ນ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍຫຼາຍກິດຈະກຳຢ່າງຂ້ຽວຂາດກ່ວາ. ທ່ານໃຫ້ຮູ້ວ່າ:

ຫວຽດນາມ ສືບຕໍ່ໜູນຊ່ວຍ, ສົ່ງເສີມບັນດາການເຄື່ອນໄຫວຫັນປ່ຽນເຕັກໂນໂລຢີນຳໃຊ້ບັນດາທາດເປັນມິດກັບດິນຟ້າອາກາດ, ປັບປຸງສະມັດຕະພາບພະລັງງານຂອງວັດຖຸອຸປະກອນຫຼຸດອຸດຫະພູມລົງ; ຊຸກຍູ້ການເກັບກຳ, ຜະລິດຄືນໃໝ່, ໝູນໃຊ້ຄືນໃໝ່ ແລະ ກຳຈັດທາດຕ່າງໆທີ່ໄດ້ຮັບການຄວບຄຸມຕາມອະນຸສັນຍາ  Montreal, ຜັນຂະຫຍາຍຮູບແບບໝູນໃຊ້ເຕັກໂນໂລຢີຫຼຸດອຸນຫະພູມລົງແບບຍືນຍົງ, ດຳເນີນທຸລະກິດການບໍລິການທຳຄວາມເຢັນຢູ່ເຂດຕົວເມືອງ

ຕອບກັບ

ຂ່າວ/ບົດ​ອື່ນ