​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ສູນ​ປະ​ສານ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃນ​ໄພ​ພິ​ບັດ​ທຳ​ມະ​ຊາດ 3 ງວດໄດ້​ຂົນ​ສົ່ງ​ມາ​ຮອດ ຫວຽດ​ນາມ

(VOVWORLD) -     ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງໃຊ້ພາຍໃນເຮືອນ, ເຄື່ອງສ້ອມແປງບ່ອນອົບພະຍົບ, ເຄື່ອງອຸປະກອນເຮືອນຄົວ ແລະ ອຸປະກອນເຮັດອະນາໄມ ລວມມູນຄ່າປະມານ 250.000 USD.
​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ສູນ​ປະ​ສານ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃນ​ໄພ​ພິ​ບັດ​ທຳ​ມະ​ຊາດ 3 ງວດໄດ້​ຂົນ​ສົ່ງ​ມາ​ຮອດ ຫວຽດ​ນາມ - ảnh 1ເຄື່ອງຊ່ວຍເຫຼືອ ໄດ້ຂົນສົ່ງມາຮອດ ຮ່າໂນ້ຍ (ພາບ: VOV)

        ວັນທີ 15 ກັນຍາ, ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດເພື່ອແນໃສ່ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດໄດ້ຂົນສົ່ງມາຮອດ ຮ່າໂນ້ຍ ແລ້ວ.

        ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງໃຊ້ພາຍໃນເຮືອນ, ເຄື່ອງສ້ອມແປງບ່ອນອົບພະຍົບ, ເຄື່ອງອຸປະກອນເຮືອນຄົວ ແລະ ອຸປະກອນເຮັດອະນາໄມ ລວມມູນຄ່າປະມານ 250.000 USD. ນີ້ແມ່ນສ່ວນໜຶ່ງໃນແຜນການຮັບມືຂອງສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳໃນໄພພິບັດທຳມະຊາດ ເພື່ອແນໃສ່ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi.

      

ຕອບກັບ

ຂ່າວ/ບົດ​ອື່ນ