ກອງປະຊຸມທົ່ວປະເທດ ຊາບຊືມມະຕິກອງ ປະຊຸມສູນກາງພັກ ຄັ້ງທີ 8 ຊຸດທີ 11


ກອງປະຊຸມທົ່ວປະເທດ ຊາບຊືມມະຕິກອງ ປະຊຸມສູນກາງພັກ ຄັ້ງທີ 8 ຊຸດທີ 11 - ảnh 1

ທ່ານ​ດິງ​ເທ​ຮິງກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

 (ພາບ: vov)

(vovworld)- ຕອນ​ເຊົ້າ​ວັນ​ທີ 11/12 ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຄົ້ນຄ້ວາ, ຊາບ​ຊືມ ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 8 ຊຸດ​ທີ 11. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ​ແຕ່​ວັນ​ທີ 30/9-9/10 ​ໄດ້​ຍົກ​ອອກ​ມະຕິ 2 ສະບັບ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງໂດຍ​ພື້ນຖານ ​ແລະ ຮອບດ້ານກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃຫ່ມ. ​ແລະ​ກໍ່​ໃນ​ກອງ​ປະຊຸມ​ຄັ້ງນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ໄດ້​ສະຫລຸບ​ກ່ຽວ​ກັບ “ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ໜ້າ​ທີ່​ປີ 2014“.

   ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ດິງ​ເທ​ຮິງ, ຫົວໜ້າ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ຈົ່ງກຳ​ແໜ້ນ, ​ເຂົ້າ​ໃຈ​ແຈ້ງ​ບັນດາ​ໜ້າ​ທີ່, ມາດ​ຕະການ​ລວມ​ໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ໝູນ​ໃຊ້​ບັນດາ​ມະຕິ, ສະຫລຸບ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ລະອຽດ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຫົວໜ່ວຍ​ຂອງ​ຕົນ. ທ່ານ​ດິງ​ເທ​ຮິງ ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເພື່ອ​ຄົ້ນຄ້ວາ, ຊາບ​ຊືມມະຕິ​ສະບັບ​ນີ້. ກ່ອນ​ອື່ນ​ໝົດ​ຕ້ອງ​ເຂົ້າ​ໃຈ​ການ​ຜັນ​ແປ​ໃນ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກຢ່າ​ງເລິກ​ເຊິ່ງ; ກຳ​ແໜ້ນ, ​ເຂົ້າ​ໃຈ​ແຈ້ງ​ບັນດາ​ທັດສະນະ​ຊີ້​ນຳ, ທິດ​ນຳ, ໜ້າ​ທີ່ ​ແລະ ມາດ​ຕະການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ພ້ອມ​ກັນນັ້ນຕ້ອງ​ໝູນ​​ໃຊ້​ຜັນ​ຂະຫຍາຍ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຢູ່​ທ້ອງ​ຖິ່ນ, ຫົວໜ່ວຍ​ຂອງ​ຕົນ; ​ເຜີຍ​ແຜ່, ຊາບ​ຊືມຢ່າງ​ເລິກ​ເຊິ່ງ ​ເໝາະ​ສົມ​ກັບ​ແຕ່ລະ​ເປົ້າໝາຍ​ເພື່ອ​​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປຊຊ ​ເຂົ້າ​ໃຈດີ ​ແລະ ຕັ້ງໜ້າ​ເຂົ້າຮ່ວມ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“./.

ຂ່າວ/ບົດ​ອື່ນ