ກອງປະຊຸມພາກພື້ນ ການບຳລຸງສ້າງວິຊາຊີບ ຈະຖືກໄຂຂຶ້ນໃນມໍ່ໆນີ້
ກອງປະຊຸມພາກພື້ນກ່ຽວກັບການບຳລຸງສ້າງວິຊາຊີບຢູ່ຫວຽດນາມ ຈະຖືກໄຂຂຶ້ນໃນວັນທີ 10 ແລະ 11 ຕຸລາທີ່ຈະມາເຖິງ ຢູ່ຮ່າໂນ້ຍ
(ພາບ: internet)
|
Vovworld- ໃນວັນທີ 10 ແລະ 11 ຕຸລາທີ່ຈະມາເຖິງ ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມຈະສົມທົບກັບອົງການຮ່ວມມືພັດທະນາເຢຍລະມັນຈະດຳເນີນກອງປະຊຸມສາກົນດ້ວຍຫົວເລື່ອງ “ ກອງປະຊຸມພາກພື້ນກ່ຽວກັບການບຳລຸງສ້າງວິຊາຊີບຢູ່ຫວຽດນາມ - ບາດກ້າວບຸກທະລຸທາງດ້ານຄຸນນະພາບການສອນວິຊາຊີບ ” . ນີ້ແມ່ນຂ່າວຄາວໂດຍ ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມປະກາດທີ່ການປະຊຸມຂ່າວແນະນຳກ່ຽວກັບກອງປະຊຸມຊຶ່ງຈັດຂຶ້ນໃນຕອນບ່າຍວັນທີ 5/10. “ ກອງປະຊຸມພາກພື້ນກ່ຽວກັບການບຳລຸງສ້າງວິຊາຊີບຢູ່ຫວຽດນາມ - ບາດກ້າວບຸກທະລຸທາງດ້ານຄຸນນະພາບການສອນວິຊາຊີບ ” ແມ່ນບາດກ້າວຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການພັດທະນາສອນວິຊາຊີບຫວຽດນາມໄລຍະ 2011-2020. ທ່ານຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ Nguyen Ngoc Phi ຊີ້ແຈ້ງວ່າ :
“ ຫວຽດນາມແມ່ນຊາດໜຶ່ງທີ່ມີຄວາມຫວັງຢາກພັດທະນາໃຫ້ທັດທຽມກັບບັນດາປະເທດມະຫາອຳນາດໃນໂລກ, ດັ່ງນັ້ນໜ້າທີ່ ສອນວິຊາຊີບຂອງພວກເຮົາແມ່ນຮ່ວມມືກັບບັນດາປະເທດເປັນຢ່າງດີ, ພິເສດແມ່ນກັບເຢຍລະມັນ. ຫວຽດນາມຢາກຖອດຖອນບົດຮຽນຈາກບັນດາປະເທດ, ກ່ອນອື່ນໝົດແມ່ນບັນດາປະເທດພັດທະນາຢູ່ເອີລົບ ແລະ ອາຊີ ເພື່ອເຮັດແນວໃດຍົກສູງຄຸນນະພາບການບຳລຸງສ້າງໃຫ້ດີກ່ວາ. ປ່ຽນໃໝ່ກ່ຽວກັບມາດຕະຖານວຽກງານ ສອນວິຊາຊີບແມ່ນບັນຫາສຳຄັນທີ່ສຸດໃນປະຈຸບັນ, ໃນນັ້ນຄຸນນະພາບການບຳລຸງສ້າງຢູ່ບັນດາໂຮງຮຽນສອນວິຊາຊີບຕ້ອງບັນລຸມາດຕະຖານ ”