ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ

(VOVWORLD) -ຕອນບ່າຍວັນທີ 04 ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ
ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ - ảnh 1 (ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ)

ເຖິງວ່າເສດຖະກິດມະຫາພາກໄດ້ຮັບການຮັບປະກັນສະຖຽນລະພາບກໍ່ຕາມ, ແຕ່ໃນຕໍ່ໜ້າບັນດາການຜັນປ່ຽນຂອງສະພາບການໂລກ ແລະ ບັນດາຄວາມຫຍຸ້ງຍາກຢູ່ພາຍໃນປະເທດ, ຕ້ອງສືບຕໍ່ຄວບຄຸມໄພເງິນເຟີ້ຢ່າງແໜ້ນແຟ້ນ. ພິເສດ, ຜ່ານເວທີປາໄສເສດຖະກິດພາກເອກະຊົນ ເຊິ່ງຫາກໍ່ດຳເນີນໄປນັ້ນ, ຕ້ອງສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ, ຄວນສືບຕໍ່ດຶງດູດການລົງທຶນພາກເອກະຊົນ ແລະ ມີກົນໄກ, ນະໂຍບາຍເພື່ອໃຫ້ປະເທດຊາດພັດທະນາຢ່າງຮອບດ້ານໃນທຸກຂົງເຂດ.

        ແລະກໍ່ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສຸມໃສ່ປຶກສາຫາລືກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ