ກອງປະຊຸມລະຫວ່າງສະພາສັງຄະລາດອາຊີ (FABC)
(ພາບ: tgpsaigon.net)
(vovworld) - ມີພະຄາດິນັນ, ສັງຄະນາຍົກ, ສັງຄະລາດ ແລະ ຜູ້ຕາງໜ້າຄິດທະສາສະໜາບັນດາປະເທດອາຊີ, ບາງປະເທດເອີລົບ, ທະວີບອາເມລິກາ, ອົດຕະລິດ ແລະ ໂບດ Vatican ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 10 ລະຫວ່າງສະພາສັງຄະລາດອາຊີ (FABC) ໂດຍສະພາສັງຄະລາດຫວຽດນາມຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 11/12, ຢູ່ແຂວງ ດົ່ງນາຍ. ດ້ວຍຫົວຂໍ້ວ່າ ” 40 ປີ FABC: ຕອບສະໜອງການທ້າທາຍຂອງອາຊີ”, ກອງປະຊຸມແມ່ນໂອກາດເພື່ອໃຫ້ຜູ້ເຊື່ອຖືສາສະໜາຢູ່ທະວີບອາຊີ ແບ່ງປັນ ແລະ ຮຳ່ຮຽນເອົາບົດຮຽນໃນການປະຕິບັດພາລະໜ້າທີ່, ຮັກແພງ ແລະ ຮັບໃຊ້ ພະກິໂຕ. ກອງປະຊຸມມີທີ່ຕັ້ງຄວາມໝາຍອັນໃຫຍ່ຫຼວງໃນຊີວິດທາງດ້ານຈິດໃຈຂອງຜູ້ມີຍົດຖາບັນດາສັກ, ຊາວຄິດຫວຽດນາມ. ຜ່ານນັ້ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດທີ່ມີຕໍ່ຄິດທະສາສະໜາຫວຽດນາມ, ພ້ອມທັງຮັບໃຊ້ໃຫ້ແກ່ວຽກງານໂຄສະນາກັບຕ່າງປະເທດ, ຕໍ່ສູ້ກັບພາກສ່ວນຫົວຮຸນແຮງ ທີ່ເສກສັນປັ້ນແຕ່ງນະໂຍບາຍສາສະໜາຂອງລັດຫວຽດນາມ.