ກອງປະຊຸມສຳມະນາກ່ຽວກັບການເຫຼື້ອມໃສແລະຄຸ້ມຄອງລັດສຳລັບການເຄື່ອນໄຫວເຫຼື້ອມໃສ
![ກອງປະຊຸມສຳມະນາກ່ຽວກັບການເຫຼື້ອມໃສແລະຄຸ້ມຄອງລັດສຳລັບການເຄື່ອນໄຫວເຫຼື້ອມໃສ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_08/t7-phat-dan.jpg)
ພາບປະກອບ
|
(vovworld) – ກອງປະຊຸມສຳມະນາກ່ຽວກັບການເຫຼື້ອມໃສ ແລະ ຄຸ້ມຄອງລັດສຳລັບການເຄື່ອນໄຫວເຫຼື້ອມໃສ ໂດຍຄະນະສາສະໜາລັດຖະບານຈັດຕັ້ງໃນວັນທີ 8/6, ຢູ່ແຂວງ ທ໋າຍງວຽນ. ບັນດາຜູ້ແທນສຸມໃສ່ປຶກສາຫາລືບາງບັນຫາກ່ຽວຂ້ອງເຖິງການເຄື່ອນໄຫວເຫຼື້ອມໃສ ແລະ ຄຸ້ມຄອງລັດສຳລັບການເຫຼື້ອມໃສຄື: ບົດບາດຂອງການເຫຼື້ອມໃສສຳລັບສາສະໜາຢູ່ ຫວຽດນາມ ໃນປະຈຸບັນ, ຜົນສະທ້ອນຂອງການ ເຫຼື້ອມໃສເຖິງສະພາບການປ້ອງກັນຄວາມສະຫງົບ, ການເມືອງ, ຄວາມລະບຽບຮຽບຮ້ອຍ - ຄວາມປອດໄພທາງສັງຄົມ, ວຽກງານຄຸ້ມຄອງລັດສຳລັບການເຫຼື້ອມໃສໃນປະຈຸບັນ, ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດສຳລັບການເຄື່ອນໄຫວເຫຼື້ອມໃສ, ວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸ້ນຄ່າຂອງການເຫຼື້ອມໃສ … ຄຽງຄູ່ກັນນັ້ນ, ສະມາຊິກບາງທ່ານກໍ່ຖືວ່າ: ຕ້ອງເປັນເອກະສັນກັນກ່ຽວກັບວິທີຮັບຮູ້ສາຍກ່ຽວພັນ ກັນລະຫວ່າງການເຫຼື້ອໃສ ແລະ ສາສະໜາ, ວັດທະນະທຳ ແລະ ຜົນສະທ້ອນຂອງການເຄື່ອນໄຫວເຫຼື້ອມໃສເຖິງສະພາບຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມເພື່ອຈາກນັ້ນມີແຜນນະໂຍບາຍ, ນະໂຍບາຍຖືກຕ້ອງກັບການເຄື່ອນໄຫວເຫຼື້ອມໃສຢູ່ ຫວຽດນາມ.