ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວຫວຽດນາມ - ອີຕາລີ
ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວຫວຽດນາມ - ອີຕາລີ
(ພາບ: Vietnam+)
(vovworld) – ຕອນບ່າຍວັນທີ 13/01, ໃນຂອບເຂດສັບປະດາວັດທະນະທຳຫວຽດນາມ ຢູ່ Rome, ກອງປະຊຸມສຳມະນາ “ຫວຽດນາມ - ອີຕາລີ: ກາລະໂອກາດ ແລະ ແງ່ຫວັງໃໝ່ໃຫ້ການພັດທະນາຂະແໜງທ່ອງທ່ຽວ” ດຳເນີນໄປຢູ່ສູນກອງປະຊຸມຂອງຫໍພິພິດຕະພັນແຫ່ງຊາດອີຕາລີ Il Vittoriano. ກອງປະຊຸມສຳມະນາໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ສະຖານທູດຫວຽດນາມ ປະຈຳອີຕາລີ ສົມທົບກັນຈັດຕັ້ງ ພ້ອມກັບກະຊວງວັດທະນະ ແລະ ມໍລະດົກອີຕາລີ ແລະ ສະມາຄົມທ່ອງທ່ຽວແຫ່ງຊາດອີຕາລີ Federturismo ຂຶ້ນກັບສະຫະພັນວົງການເຈົ້າຂອງອຸດສາຫະກຳອີຕາລີ. ທີ່ກອງປະຊຸມສຳມະນາ, 2 ຝ່າຍໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການແລກປ່ຽນແຂກທ່ອງທ່ຽວລະຫວ່າງ 2 ປະເທດ, ຄວາມຕ້ອງການເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາບໍລິສັດທ່ອງທ່ຽວ 2 ປະເທດ ແລະ ແລກປ່ຽນບົດຮຽນໃນການພັດທະນາການທ່ອງທ່ຽວ. ໂດຍຕາງໜ້າໃຫ້ບັນດາບໍລິສັດທ່ອງທ່ຽວຫວຽດນາມ, ບໍລິສັດ Vidotours ຢືນຢັນວ່າ ຫວຽດນາມ ແມ່ນຈຸດນັດພົບໃໝ່ ດ້ວຍແຫຼ່ງຊັບພະຍາກອນທຳມະຊາດ ແລະ ວັດທະນະທຳທີ່ອຸດົມສົມບູນ, ລາຄາຕໍ່າ. ຝ່າຍອີຕາລີ ໄດ້ຕີລາຄາສູງຄວາມສາມາດບົມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ, ພ້ອມທັງແນະນຳໃຫ້ບັນດາຄູ່ຮ່ວມມືຫວຽດນາມ ກ່ຽວກັບທ່າແຮງ, ບົດຮຽນ ແລະ ບັນດາລາຍການທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຂອງບັນດາບໍລິສັດທ່ອງທ່ຽວອີຕາລີ.