ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອ​ງ​ພັ​ກ​ ໃຫ້​ເປັນ​ຢ່າງ​ດີ, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່

(VOVWORLD) -ວັນທີ 31 ສິງຫາ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຫງວຽນຝຸຈ້ອງ, ຫົວໜ້າອະນຸກຳການເອກະສານກອງປະຊຸມໃຫຍ່ຄັ້ງທິ 13 ຂອງພັກ ໄດ້ມີບົດຂຽນ ດ້ວຍຫົວຂໍ້ “ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກເປັນຢ່າງດີ, ນຳປະເທດຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່”.
ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອ​ງ​ພັ​ກ​ ໃຫ້​ເປັນ​ຢ່າງ​ດີ, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຫງວຽນຝຸຈ້ອງ (ພາບ: vov.vn)

   ບົດຂຽນດັ່ງກ່າວ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງຈະເຖິງນີ້ ຕ້ອງມີວິໄສທັດກວ້າງໄກຮອດກາງສະຕະວັດທີ 21. ບົດລາຍງານການເມືອງ ທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກບັນດາເປົ້າໝາຍສັງລວມຄື: ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ; ຍູ້ແຮງກິດຈະການແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ, ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ສູ້ຊົນຮອດກາງສະຕະວັດ 21, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ຕາມການກຳນົດທິດສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ