ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມສຸມໃສ່ ຜັນຂະຫຍາຍປະຕິບັດ ກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ)ໃນປີ2014

ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມສຸມໃສ່ ຜັນຂະຫຍາຍປະຕິບັດ ກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ)ໃນປີ2014 - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາ​ຍໜ້າ​ທີ່​ປີ 2014 ຂອງ​ຂະ​ແໜງ​ຊັບພະຍາກອນ ສິ່ງ​ແວ​ດລ້ອມ
(ພາບ: nguyentandung.org)


(vovworld) – ​ເມື່ອ​ເຂົ້າ​ຮ່ວມ​ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຜັນ​ຂະຫຍາ​ຍໜ້າ​ທີ່​ປີ 2014 ຂອງ​ຂະ​ແໜງ​ຊັບພະຍາກອນ ສິ່ງ​ແວ​ດລ້ອມ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/1, ຢູ່ ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ໄດ້​ຕັກ​ເຕືອນ​ໃຫ້​ຂະ​ແໜງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຄວນ​ປະກາດ​ໃຊ້​ບັນດາ​ເອກະສານ​ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ໂຄສະນາ​ເຜິ​ຍ​ແຜ່, ຜັນ​ຂະຫຍາຍ​ເພື່ອ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ທີ່​ສະພາ​ແຫ່ງ​ຊາດ​ຫາກໍ່ຮັບຮອງ​ເອົາ​ກ້າວ​ເຂົ້າ​ສູ່​ຊີວິດຕົວຈິງ. ທ່ານ​ນາຍົກລັດຖະມົນ​ຕີ ຖື​ວ່າ: ຂະ​ແໜງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານຮັບປະກັນ​ຄວາມ​ປ​ອດ​ໄພ​ຂອງ​ອ່າງ​ເກັບ​ນ້ຳ, ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ການ​ຄຸ້ມ​ຄອງ​ ​ແລະ ຂຸດ​ຄົ້ນ​ແຮ່​ທາດຕ້ອງ​ບັນລຸ​ປະສິດທິ​ຜົນ​ທາງ​ດ້ານ​​ເສດຖະກິດ, ຫລຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເວົ້າ​ວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ໂຈະຕິ​ການ​ຂຸດ​ຄົ້ນ​ທີ່​ກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ, ບັນດາ​ການ​ຂຸດ​ຄົ້ນ​ຜິດ​ກົດໝາຍ​​ສົ່ງ​ອອກ​ຊັບພະຍາກອນ​​ແຮ່ທາດ​ດິບຕາມ​ກຳນົດ​​ໃນ​ທັນທີ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ຊັບພະຍາກອນ  ສິ່ງ​ແວດ​ລ້ອມ, ພະ​ແນ​ກຊັບພະຍາກອນ ສິ່ງ​ແວດ​ລ້ອມ​ບັນ​ດາ​ແຂວງ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຢ່າງ​ແໜ້ນ​ແຟ້ນຕາມ​ທິດ​ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິຜົນ​ແບບ​ຍືນ​ຍົງ.”

 

ຂ່າວ/ບົດ​ອື່ນ