ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳສົ່ງອອກເກີນດຸນ 6,2 ຕື້ USD

(VOVWORLD) - ກ່ຽວກັບຕະຫລາດສົ່ງອອກ, ເມື່ອໄລ່ລວມໃນ 8 ເດືອນນັ້ນ, ອາເມລິກາ ແມ່ນຕະຫລາດທີ່ ຫວຽດນາມ ສົ່ງອອກສິນຄ້າຫລາຍກ່ວາໝູ່ ດ້ວຍວົງເງິນການຄ້າສົ່ງອອກບັນລຸກ່ວາ 6,3 ຕື້ USD, ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນ. 
ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳສົ່ງອອກເກີນດຸນ 6,2 ຕື້ USD - ảnh 1(ພາບປະກອບ/TTXVN) 

  ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນ 8 ເດືອນຂອງປີ 2020, ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ USD; ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 26,1 ຕື້ USD, ຫລຸດລົງ 0,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ການນຳເຂົ້າຄາດວ່າບັນລຸປະມານ 19,9 ຕື້ USD, ຫລຸດລົງ 2,5%.

        ກ່ຽວກັບຕະຫລາດສົ່ງອອກ, ເມື່ອໄລ່ລວມໃນ 8 ເດືອນນັ້ນ, ອາເມລິກາ ແມ່ນຕະຫລາດທີ່ ຫວຽດນາມ ສົ່ງອອກສິນຄ້າຫລາຍກ່ວາໝູ່ ດ້ວຍວົງເງິນການຄ້າສົ່ງອອກບັນລຸກ່ວາ 6,3 ຕື້ USD, ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນ. ຖັດມາແມ່ນ ຈີນ ຄາດວ່າບັນລຸໄດ້ 6,28 ຕື້ USD, ຫລຸດລົງ 10,1% ເມື່ອທຽບໃສ່ໄລຍະດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ