ການຕໍ່ສູ້ຕ້ານກໍ່ການຮ້າຍກ້າວເຂົ້າສູ່ໄລຍະໃຫມ່ອັນຕະລາຍແລະຍາກຄາດຄະເນໄດ້

ການຕໍ່ສູ້ຕ້ານກໍ່ການຮ້າຍກ້າວເຂົ້າສູ່ໄລຍະໃຫມ່ອັນຕະລາຍແລະຍາກຄາດຄະເນໄດ້ - ảnh 1
ກຳ​ລັງ IS
photo:internet

(vovworld)-  ​ລັດ​ຖະ​ມົນ​ຕີ​ປະ​ຊວງ​ປ​ອ້ງ​ກັນ​ຄວາມ​ສະ​ຫງົບພາຍ​ໃນ ອາ​ເມ​ລິ​ກາ Jeh Johnson ຮັບ​ຮູ້​ວ່າ ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ​ທົ່ວ​ໂລກ​ປະ​ຈຸ​ບັນ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່ ດ້ວຍ​ບໍ​ລິ​ເວນກວ້າງກວ່າ ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄດ້. ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ຫວ່າງ​ແລ້ວນີ້, ທ່ານ​ລັດ​ຖະ​ມົນ​ຕີ Jeh Johnson ຖື​ວ່າ: ຄວາມ​ສ່ຽງ​ກໍ່​ກາ​ນ​ຮ້າຍ​ທົ່ວ​ໂລກ ໄດ້​ກ້າວ​ເຂົ້າ​ໄລ​ຍະ​ໃຫມ່ ຍ້ອນ​ພວກ​ຫົວ​ຮຸນ​ແຮງ ມີ​ຄວາມ​ຮູ້​ກ່ຽວ​ກັບ​ຂົງ​ເຂດ​ສື່​ສານ ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ຍຸ​ແຍ່​ຜູ້​ໄປ​ຕາມ​ພວກ​ເຂົາ. ທ່ານ Jeh Johnson ຖື​ວ່າ ຜົນ​ສະ​ທ້ອນ​ຂອງ​ອົງ​ການ ລັດ​ອິດ​ສະ​ລາມ IS ປະ​ຈຸ​ບັນ ໄດ້​ກາຍຂອບ​ເຂດ​ບັນ​ດາ​ເຂດ​ດິນ​ແດນ​ຂອງ​ຕາ​ເວັນ​ອອກ​ກາງ. ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ ໄດ້​ກ້າວ​ເຂົ້າ​ສູ່​ສະ​ພາບ​ແວດ​ລ້ອມ​ໃຫມ່​ ເມື່ອ​ບັນ​ດາ​ມື​ປືນ IS ແລະ ບັນ​ດາ​ກຸ່ມກໍ່​ການ​ຮ້າຍ ມີ​ການ​ພົວ​ພັນ​ຕິດ​ຕໍ່​ກັບ​ເຄືອ​ຂ່າຍ al Qaeda ທີ່​ນຳ​ໃຊ້​ອິນ​ເຕັດ​ແນັດ ແລະ ບັນ​ດາ​ສື່​ສັງ​ຄົມ​ອອນ​ໄລ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ແຊກ​ຊືມ​ເຂົ້າ​ເຂດ​ດິນ​ແດນ​ຂອງ​ປະ​ເທດ ອາ​ເມ​ລິ​ກາ, ຍຸ​ແຍ່​ຜູ້​ໄປ​ຕາມ​ພວກ​ເຂົາ.

ຂ່າວ/ບົດ​ອື່ນ