ການນຳພັກ,ລັດຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫລະຊີວິດເພື່ອຊາດແລະເຂົ້າຢ້ຽມສຸສານປະທານໂຮ່ຈິມີນ

ການນຳພັກ,ລັດຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫລະຊີວິດເພື່ອຊາດແລະເຂົ້າຢ້ຽມສຸສານປະທານໂຮ່ຈິມີນ - ảnh 1
(ການນຳພັກ,ລັດຖະຫວາຍທູບທຽນອາໄລຫາ
ບັນດານັກຮົບເສຍສະຫລະຊີວິດເພື່ອຊາດ)

(vovworld)- ​ຕອນ​ເຊົ້າ​ວັນ​ທີ 27/7, ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 68 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ (27/7/1947-27/7/2015), ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ວາງ​ພວງ​ມາ​ລາ, ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນທີ່ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​​ທີ່​ເສຍ​ສະ​ຫຼະ​ຊ​ີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຢ້ຽມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ. ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ອະ​ດີດ ປະ​ທານ​ປະ​ເທດ ເຈີນ​ດືກ​ເລືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ, ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ວັນ​ອານ. ຕໍ່​ຈາກນັ້ນ ຄະ​ນະ​ຜູ​້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ,ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ວາງ​ພວງ​ມາ​ລາ ແລະ ເຂົ້າ​ຢ້ຽມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ.

ຂ່າວ/ບົດ​ອື່ນ