ການ​ນຳ​ສະ​ພາ​ແຫ່ງ​ຊາດ ລາວ ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ ລາວ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ ໄອ​ປາ ຄັ້ງ​ທີ 45 ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) - ລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປະກອບຄຳເຫັນຂໍ້ສະເໜີແນະ ຢູ່ ໄອປາ ຄັ້ງທີ 45 ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມ.
ການ​ນຳ​ສະ​ພາ​ແຫ່ງ​ຊາດ ລາວ ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ ລາວ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ ໄອ​ປາ ຄັ້ງ​ທີ 45 ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ảnh 1ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ພາຍຫຼັງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກັບເມືອປະເທດ, ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ ໃຫ້ຮູ້ວ່າ ລາວຕີລາຄາສູງການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ພິເສດແມ່ນບົດກ່າວປາໄສອັນເລິກເຊິ່ງຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ. ເລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປະກອບຄຳເຫັນຂໍ້ສະເໜີແນະ ຢູ່ ໄອປາ ຄັ້ງທີ 45 ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

        ເມື່ອເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມທີ່ມີຕໍ່ກັບການພົວພັນແບບພິເສດ ຫວຽດນາມ - ລາວ, ທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ຢັ້ງຢືນວ່າ ເລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ລາວຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ໄດ້ຊີ້ໃຫ້ເຫັນວ່າ ການນຳ ຫວຽດນາມ ຍາມໃດກໍຕີລາຄາສູງ ແລະ ຖືເປັນສຳຄັນມູນເຊື້ອການພົວພັນຮ່ວມມືລະຫວ່າງສອງປະເທດ  ລາວ - ຫວຽດນາມ; ຢັ້ງຢືນການສະໜັບສະໜູນຢ່າງແຮງ ແລະ ຮອບດ້ານຂອງ ຫວຽດນາມ ສຳລັບພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ລາວ; ພ້ອມທັງສະແດງໃຫ້ເຫັນຄວາມໄວ້ວາງໃຈ, ຄວາມຜູກພັນຮັກໄຄ່ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ກໍຄື ລະຫວ່າງສອງປະທານສະພາແຫ່ງຊາດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ