ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ມອບຂໍ້ຕົກລົງເລື່ອນຊັ້ນ ພົນເອກ ແລະ ພົນໂທໃຫ້ບັນດາການນຳຕຳຫຼວດ ແລະ ກອງທັບ.

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ນີ້ແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນທີ່ມີຕໍ່ກຳລັງປະກອບອາວຸດ
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ມອບຂໍ້ຕົກລົງເລື່ອນຊັ້ນ ພົນເອກ ແລະ ພົນໂທໃຫ້ບັນດາການນຳຕຳຫຼວດ ແລະ ກອງທັບ. - ảnh 1ທ່ານໂຕເລີມ ເລຂາທິການໃຫຍ່ ປະທານປະເທດໂຕເລີມ ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້.ທ່ານພົນໂທ ເລືອງຕາມກວາງ

    ຕອນບ່າຍວັນທີ 20 ຕຸລານີ້, ທີ່ທຳນຽບປະທານປະເທດ, ທ່ານ ເລຂາທິການໃຫຍ່ ປະທານປະເທດໂຕເລີມ, ເລຂາຄະນະພັກກອງທັບສູນກາງ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຜູ້ບັນຊາການບັນດາກຳລັງປະກອບອາວຸດ ໄດ້ເປັນປະທານພິທີມອບ-ຮັບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້.ທ່ານພົນໂທ ເລືອງຕາມກວາງ, ກໍາມະການກົມການເມືອງ, ເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ເລື່ອນຊັ້ນ ພົນເອກໃຫ້ທ່ານ ພົນໂທຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ກໍາມະການຄະນະປະຈໍາ ຄະນະພັກກອງທັບສູນກາງ, ເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ; ເລື່ອນຊັ້ນ ພົນໂທ ໃຫ້ແກ່ທ່ານພົນຕີ ຫງວຽນຢ້ວານແອັງ, ກໍາມະການສູນກາງພັກ, ກໍາມະການຄະນະພັກ ກອງທັບສູນກາງ, ຮອງເສນາທິການໃຫຍ່ກອງທັບ ປະຊາຊົນຫວຽດນາມ.

   ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ນີ້ແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນທີ່ມີຕໍ່ກຳລັງປະກອບອາວຸດ; ພ້ອມກັນນັ້ນ, ຍັງເປັນການຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນອັນສຳຄັນ ຂອງພະນັກງານແຕ່ລະຄົນ ໃນພາລະກິດສ້າງສາ ແລະ ພັດທະນາກອງທັບ ແລະ ຕຳຫຼວດ ກໍ່ຄືພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ບັນດາພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເສີມຂະຫອາຍມູນເຊື້ອ ອັນສະຫງ່າລາສີຂອງກອງທັບປະຊາຊົນ, ຕຳຫຼວດປະຊາຊົນວິລະຊົນ, ຮັກສາຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ