ອິດ​ສະ​ຣາ​ແອັ​ນ ກ່າວ​ຫາ ອີ​ຣານ ຢູ່​ເບື້ອງຫຼັງ​ເຫດ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ບຸກ​ໂຈມ​ຕີ​ເຂົ້​ເຮືອນ​​ສ່ວນ​ຕົວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ

(VOVWORLD) - ວົງການເຈົ້າໜ້າທີ່ ອິດສະຣາແອັນ ຫຼາຍທ່ານໄດ້ພ້ອມກັນກ່າວປະນາມ ອີຣານ ຢືນຢູ່ເບື້ອງຫຼັງການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ເລັ່ງໃສ່ເຮືອນສ່ວນຕົວຂອງທ່ານນາຍົກລັດຖະມົນຕີ Netanyahu ແລະ ນາບຂູ່ວ່າ ຈະດຳເນີ ນມາດຕະການໂຕ້ຕອບຢ່າງແຮງ. 
ອິດ​ສະ​ຣາ​ແອັ​ນ ກ່າວ​ຫາ ອີ​ຣານ ຢູ່​ເບື້ອງຫຼັງ​ເຫດ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ບຸກ​ໂຈມ​ຕີ​ເຂົ້​ເຮືອນ​​ສ່ວນ​ຕົວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ - ảnh 1ກຳລັງເຈົ້າໜ້າທີ່ ອິດສະຣາແອັນ ສືບຕໍ່ສືບສວນ (ພາບ: AP)

ວັນທີ 19 ຕຸລາ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ຫຼາຍທ່ານໄດ້ພ້ອມກັນກ່າວປະນາມ ອີຣານ ຢືນຢູ່ເບື້ອງຫຼັງການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ເລັ່ງໃສ່ເຮືອນສ່ວນຕົວຂອງທ່ານນາຍົກລັດຖະມົນຕີ Netanyahu ແລະ ນາບຂູ່ວ່າ ຈະດຳເນີນມາດຕະການໂຕ້ຕອບຢ່າງແຮງ. ໃນຂະນະນັ້ນ, ລັດອິດສະຣາມ ກ່າວຫາປະເທດສູ້ຢັນກັນ ພວມຖອກນ້ຳມັນໃສ່ແປວໄຟ ຢູ່ພາກພື້ນຕາເວັນອອກກາງ.

        ໃນຖະແຫຼງການຢ່າງເປັນທາງການທີ່ໄດ້ຍົກອອກມາພາຍຫຼັງການບຸກໂຈມຕີດັ່ງກ່າວຂອງກຳລັງ ເຮັກໂບລາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກ່າວຫາ ອີຣານ ດຳເນີນການບຸກໂຈມຕີ ດ້ວຍກົນອຸບາຍສັງຫານທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ. ທ່ານ ຢັ້ງຢືນວ່າ ນີ້ແມ່ນຄວາມຜິດພາດໃຫຍ່ຂອງ ອີຣານ ແລະ ປະເທດອິດສະລາມ ຈະຕ້ອງຊົດເຊີຍຄັ້ງໃຫຍ່ຍ້ອນການກະທຳຜິດດັ່ງກ່າວ.

        ໄລ່ມາຮອດຕອນເຊົ້າຂອງວັນດຽວກັນ, ລັດຖະບານ ກໍຄື ກອງທັບ ອີຣານ ຍັງບໍ່ທັນໄດ້ຍົກອອກຄຳເຫັນໃດໆຢ່າງເປັນທາງການ ກ່ຽວກັບຄຳກ່າວຫາດັ່ງກ່າວ.

ບາທີ - ນັກຂ່າວ VOV  ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ