ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ລັ່ງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ຢູ​ແກຼນ ເຂົ້າ​ຮ່ວ​ມ NATO

(VOVWORLD) -
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ລັ່ງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ຢູ​ແກຼນ ເຂົ້າ​ຮ່ວ​ມ NATO - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean Noel Barrot ກັບຄູ່ຕຳແໜ່ງ ຢູແກຼນ Andrii Sybiha (ພາບ: ກະຊວງການຕ່າງປະເທດ ຝລັ່ງ)

 ວັນທີ 19 ຕຸລາ ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean Noel Barrot ໄດ້ເດີນທາງໄປຍັງ Kiev ໃນການຢ້ຽມຢາມແກ່ຍາວເປັນ 2 ມື້, ເພື່ອແນໃສ່ສະແດງຄວາມສະໜັບສະໜູນສຳລັບ ຢູແກຼນ. ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ ພາຍຫຼັງການພົບປະກັບຄູ່ຕຳແໜ່ງ ຢູແກຼນ Andrii Sybiha, ທ່ານລັດຖະມົນຕີ  ຝລັ່ງ ໄດ້ສະແດງຄວາມສະໜັບສະໜູນກັບແນວຄວາມຄິດເຊີນ ຢູແກຼນ ເຂົ້າຮ່ວມ NATO, ແລະ ໃຫ້ຮູ້ວ່າ ປາຣີ ພວມປຶກສາຫາລືກັບບັນດາພັນທະມິດກ່ຽວກັບບັນຫານີ້.

ການຢ້ຽມຢາມຂອງທ່ານລັດຖະມົນຕີ ຝລັ່ງ ໄດ້ດຳເນີນພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ  Volodymyr Zelensky ປະກາດແຜນການ 5 ປະການ, ໃນນັ້ນ ມີຄຳຮຽກຮ້ອງ NATO ເຊີນ ຢູແກຼນ ເຂົ້າຮ່ວມກຸ່ມ ໃນທັນທີ. NATO ເຄີຍປາດກາດວ່າ ຢູແກຼນ ຈະກາຍເປັນສະມາຊິກຂອງສຳພັນທະມິດການທະຫານນີ້ ໃນມື້ໃດມື້ໜຶ່ງ ແຕ່ກໍຢັ້ງຢືນວ່າ Kiev ບໍ່ສາມາດເຂົ້າຮ່ວມກຸ່ມໄດ້ເມື່ອຍັງເກີດການປະທະກັນກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ