ການນຳ ສປປເກົາຫຼີ ຢ້ຽມຢາມ ອິນໂດຍເນເຊຍ

ການນຳ ສປປເກົາຫຼີ ຢ້ຽມຢາມ ອິນໂດຍເນເຊຍ - ảnh 1

ທ່ານ Kim Yong Nam ປະທານສະພາ​ແຫ່ງ​ຊາດ ສປປ​ເກົາຫຼີ

(ພາບ:vietnamplus.vn)

( vovworld ) –  ​​ວັນ​ທີ 13/5, ທ່ານ Kim Yong Nam ປະທານ​ຄະນະ​ປະທານ​ສະພາ​ປະຊາຊົນ​ສູງ​ສຸດ (ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ) ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ຈາ​ກາກ​ຕາ, ​ເລີ່​ມຕົ້ນການ​ຢ້ຽມຢາມ ອິນ​ໂດຍ​ເນ​ເຊຍ ​ເປັນ​ເວລາ 4 ວັນ. ​ໃນ​ການ​ຢ້ຽມ​ຢາມ​ຄັ້ງນີ້, ທ່ານ Kim Yong Nam ຈະ​ມີ​ການ​ເຈລະຈາ​ກັບ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Susilo Bambang Yudhoyono, ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ຮອງ​ປະທານາທິບໍດີ Boediono ​ແລະ ບັນດາ​ທ່ານ​ປະທານ​ສະພາ​ທີ່​ປຶກສາ​ປະຊາຊົນ (ສະພາ​ສູງ) ​ແລະ ສະພາ​ຕ່ຳ. ນີ້​ແມ່ນ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ ຄັ້ງທີ 3 ຂອງ​ທ່ານ  Kim Yong Nam ​ໃນ​ຮອບ​ເວລາ 10 ປີ​ທີ່​ຜ່ານ​ມາ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ