ການນຳ EU ສະເໜີໃຫ້ອັງກິດ ບໍ່ຖອນອອກຈາກສະຫະພາບ

ການນຳ EU ສະເໜີໃຫ້ອັງກິດ ບໍ່ຖອນອອກຈາກສະຫະພາບ - ảnh 1
(ພາບປະກອບ)

(vovworld) -     ການ​ນຳ​ບັນດາ​ປະ​ເທດ Ireland, ອີ​ຕາ​ລີ ​ແລະ ​ໂຮ​ນລັງ ​ໄດ້​ສະ​ເໜີ​​ໃຫ້​ລາຊະ​ອານາຈັກ ອັງກິດ ບໍ່​ຖອນ​ອອກ​ຈາກ​ສະຫະພາບ​​ເອີ​ລົບ (EU), ພາຍ​ຫຼັງ​ທີ່​ທ່ານນາຍົກລັດຖະມົນຕີ David Cameron ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ດຳ​ເນີນ​ການ​ຮັບເອົາປະຊາ​ມະ​ຕິ​ກ່ຽວ​ກັບ​ຖານະ​ເປັນ​ສະມາຊິກ EU ຂອງ​ອັງກິດ. ກ່າວ​ຄຳ​ເຫັນ​​ໃນ​ວັນ​ທີ 24/01 ຢູ່​ກອງ​ປະຊຸມ​ປະ​ຈຳປີ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ Davos ປະ​ເທດ​ສະ​ວິດ, ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ Mark Rutte ​ໄດ້​ກ່າວ​ເຕືອນ​ວ່າ ຖ້າ​ຫາກ​​ອັງກິດ ບໍ່​ເປັນ​ສະມາຊິກ​ຂອງ EU ​ເຊິ່ງລວ​ມມີ 27 ປະ​ເທດ​ນີ້, ອັງກິດ​ຈະ​ກາຍ​ເປັນ​ປະ​ເທດ​ທີ່ໂດດ​ດຽວ ຢູ່​ມະຫາ​ສະມຸດ​ອັກ​ລັງ​ຕິກ ​ແລະ ບໍ່​ສາມາດເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ​ ໄດ້. ສິ່ງ​ດັ່ງກ່າວ​ສະ​ສົ່ງ​ຜົນ​ສະ​ຖ້ອນ​ທີ່​ຫຍໍ້​ທ້ໍ​ເຖິງ​ພື້ນຖານ​ເສດຖະກິດ​ໂລກ​ເວົ້າ​ລວ​ມ. ​ແບ່ງປັນ​ທັດສະນະ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ Ireland Enda Kenny ເນັ້ນ​ໜັກວ່າ ອັງກິດ ຍັງ​ແມ່ນ​ສູນ​ກາງຂອງ EU ​ແລະ ສະຫະພາບ​ນີ້ຈະ​​ແຂງ​​ແຮງ​ກວ່າ​​ເກົ່າ​ຖ້າ​ຫາກປະ​ເທດ​ນີ້​ຍັງ​​ແມ່ນ​ສະມາຊິກ​ຂອງ EU. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ​ອັງກິດ​ຍັງ​ຄົງ​ສືບ​ຕໍ່​ພົວພັນ​ກັບ ບຣຸກ​ແສນ, ​ເພາະ ອັງກິດ​ຖອນ​ອອກ​ຈາກ EU ກໍ​ໝາຍ​ຄວາມ​ວ່າຈະ​ບໍ່​ໄດ້​ຮັບຜົນ​ປະ​​ໂຫຍ​ດດ້ານ​ເສດຖະກິດ.

ຂ່າວ/ບົດ​ອື່ນ