ການປະຊຸມຂ່າວກ່ຽວກັບກອງປະຊຸມ ສຳມະນາສຳພັນສູ້ຮົບພິເສດ ຫວຽດນາມ-ລາວ ວັນຈັນ ທີ 5 ພະຈິກ ຄ.ສ. 2012 | 17:30:30 (ພາບ:cema.gov.vn) (VOV)- ຕອນເຊົ້າວັນທີ 5/11, ຢູ່ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວກ່ຽວກັບກອງປະຊຸມສຳມະນາ “ສາມັກຄີຮ່ວມສຳພັນສູ້ຮົບພິເສດລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ; ລາວ-ຫວຽດນາມ-ພຶດຕິກຳຕົວຈິງ ແລະ ບົດຮຽນປະຫວັດສາດ“. ຕາມນັ້ນແລ້ວ, ກອງປະຊຸມສຳມະນາສຸມໃສ່ຢັ້ງຢືນແຜນນະໂຍບາຍ, ແນວທາງສາມັກຄີຮ່ວມສຳພັນສູ້ຮົບພິເສດຫວຽດນາມ-ລາວ; ລາວ-ຫວຽດນາມ ໃນການຕໍ່ຕ້ານສອງຄັ້ງຕ້ານຈັກກະພັດອາເມລິກາ ແລະ ພວກລ່າເມືອງຂຶ້ນຝະລັ່ງ; ເຮັດແຈ້ງວິວັດການສາມັກຄີຮ່ວມສຳພັນສູ້ຮົບ; ສົມທົບກັນສູ້ຮົບ, ຕັດສິນໃຈເອົາຊະນະ, ເຈດຈຳນົງ, ມານະຈິດ ແລະ ກຳລັງຫົວຄິດປະດິດສ້າງ; ຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກລຳບາກນາໆປະການ, ການເສຍສະຫຼະຂອງກຳລັງປະກອບອາວຸດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໃນ 30 ປີ ດຳເນີນການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ແລະ ພວກລ່າເມືອງຂຶ້ນຝະລັ່ງ, ໃນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປົກປັກຮັກສາອະທິປະໄຕເຂດດິນແດນຂອງສອງປະເທດ. ກອງປະຊຸມສຳມະນາປະກອບສ່ວນເພີ່ມທະວີ ແລະ ພັດທະນາສາຍພົວພັນແບບພິເສດຫວຽດນາມ-ລາວ ໃນໄລຍະໃໝ່. Tag ສຳພັນສູ້ຮົບ ຂ່າວ/ບົດອື່ນ ການປະທະກັນ ຮາມາດສ - ອິດສະລາແອັນ: ບໍ່ມີຄວາມຄືບໜ້າໃໝ່ໃນການເຈລະຈາຂໍ້ຕົກລົງຢຸດຍິງ ສປປ.ເກົາຫຼີ ມີຄວາມວິຕົກກັງວົນຕໍ່ການຊ້ອມຮົບຮ່ວມຂອງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ສະຫະພັນ ອາຣັບ ໄດ້ນຳ Hezbollah ອອກຈາກບັນຊີລາຍຊື່ ການກໍ່ການຮ້າຍ ຈີນ ຍົກອອກແນວຄິດແກ້ໄຂບັນຫາແຫຼມເກົາຫຼີ
ການປະທະກັນ ຮາມາດສ - ອິດສະລາແອັນ: ບໍ່ມີຄວາມຄືບໜ້າໃໝ່ໃນການເຈລະຈາຂໍ້ຕົກລົງຢຸດຍິງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ