ໂຄງການປູກຕົ້ນຢາງພາລາຂອງວິສາຫະກິດຫວຽດນາມຢູ່ລາວ
|
(vovworld)- ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນລາວແລ້ວ, ການລົງທຶນໂດຍກົງຂອງຕ່າງປະເທດແມ່ນແຫລ່ງກຳລັງສຳຄັນຊຸກຍູ້ພື້ນຖານເສດຖະກິດພັດທະນາໃນໄລຍະຜ່ານມາ. ນັບແຕ່ປີ 1986 ມາຮອດປະຈຸບັນ, ຍອດຈຳນວນເງິນລົງທຶນຂອງຕ່າງປະເທດເຂົ້າລາວ ບັນລຸ 24 ຕື້ USD. ນຳຫນ້າໃນຈຳນວນບັນດາປະເທດລົງທຶນເຂົ້າລາວ ແມ່ນ ຈີນ ດ້ວຍຈຳນວນທຶນ 5,2 ຕື້ USD, ຫວຽດນາມ 4,7 ຕື້ USD, ໄທ 4,6 ຕື້ USD. ນອກນັ້ນ ບັນດາປະເທດຄື ສເກົາຫລີ, ຍີ່ປຸ່ນ, ຝລັ່ງ, ມາເລເຊຍ, ໂຮນລັງ ຢືນອັນດັບທີ 10 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ. ຂົງເຂດລົງທຶນໂດຍກົງຂອງຕ່າງປະເທດຢູ່ລາວ ລວມມີ: ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ຂຸດຄົ້ນບໍ່ແຮ່, ກະສິກຳ, ໂຮງແຮມ, ບໍລິການ, ອຸດສາຫະກຳ, ອາຊີບຫັດຖະກຳ.