ການສົນທະນາຫາລືຍຸດທະສາດລະຫວ່າງບັນດາກະຊວງຂອງຫວຽດນາມ - ອົດສະຕາລີ

ການສົນທະນາຫາລືຍຸດທະສາດລະຫວ່າງບັນດາກະຊວງຂອງຫວຽດນາມ - ອົດສະຕາລີ - ảnh 1
( ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ຫງວຽນ​ຈິ໋ວິ້​ງ )

( vovworld ) - ວັນ​ທີ 21/2 ຢູ່ Canberra, ອົດ​ສະ​ຕາ​ລີ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຫວຽດນາມ ຟ້າ​ມກວາງ​ວິ​ງ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ຫງວຽນ​ຈິ໋ວິ້​ງ ພ້ອມ​ກັບ​ທ່ານ​ຮອງລັດຖະມົນຕີກະຊວງການ​ຕ່າງປະ​ເທດອົດ​ສະ​ຕາ​ລີ Gillian Bird ​ແລະ ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດອົດ​ສະ​ຕາ​ລີ Peter Jennings ​ໄດ້​ເປັນ​ປະທານຮ່ວມການ​ສົນທະນາ​ຫາລືຍຸດ​ທະ​ສາດລະຫວ່າງກະຊວງປ້ອງ​ກັນ​ປະ​ເທດ, ກະຊວງການ​ຕ່າງປະ​ເທດ​ຫວຽດນາມ - ອົດ​ສະ​ຕາ​ລິ. ທີ່​ການ​ສົນທະນາ​ຫາລື, ສອງ​ຝ່າຍ​ໄດ້​ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ນຳ​ສາຍ​ພົວພັນ​ຂື້ນ​ສູ່​ລະດັບ​ສູງ​ໃໝ່, ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​​ໄສ​​ໃນພາກ​ພື້ນ ​ແລະ ສາກົນ. ສອງ​ຝ່າຍ​ກໍ່​ແບ່​ງປັນຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​​ການ​ກຳນົດ​ທິດນະ​ໂຍບາຍ​ຂອງ​ແຕ່ລະ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​​ພົວພັນ​ຕ່າງປະ​ເທດ ​ແລະ ການປ້ອງ​ກັນ​ປະ​ເທດ. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ກໍ​ໄດ້​​ແລ​ກປ່ຽນກ່ຽວ​ກັບສະພາບ​ການ​ໃນ​ພາກ​ພື້ນກໍ​ຄື​ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ພ້ອມ​ກັນ​ນັ້ນ​ກໍ​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຮ່ວມ​ສຳພັນ, ກໍ່ສ້າງ​ປະຊາ​ຄົມ, ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການ​ກໍ່ສ້າງ​ໂຄງ​ປະກອບ​ຮ່ວມ​ມື​ໃນ​ພາກ​ພື້ນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ວຽກ​ງານຮັບປະກັນ​ສັນຕິພາບ​​ສະ​ຖຽນລະ​ພາບ, ຄວາມໝັ້ນຄົງ, ຄວາມປອ​ດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ບັນດາ​ການ​ແກ່ງ​ແຍ້​ງດ້ວຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ. ສອງ​ຝ່າຍ​ກໍ​ຢືນຢັນ​ວ່າ​ຈະ​ຮັກສາກົນ​ໄກ​ດັ່ງ​ກ່າວ​ເປັນ​ປະຈຳ ​ເພື່ອ​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ໄວ​ເນື້ອ​​​ເຊື່​ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ບົນຈິດ​ໃຈ​ດັ່ງກ່າວ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈະ​ດຳ​ເນີນ​ການ​ສົນທະນາ​ຫາລື​ຍຸດ​ທະ​ສາດ​ຄັ້ງ​ທີ 2 ຢູ່​ຫວຽດນາມ ​ໃນ​ເວລາ​ທີ່​ເໝາະ​ສົ​ມ​ໃນ​ປີ 2013.
ຂ່າວ/ບົດ​ອື່ນ