ການເຄື່ອນໄຫວຂອງປະທານສະພາແຫ່ງຊາດຫວຽດນາມ ຢູ່ ສ.ເຢຍລະມັນ

ການເຄື່ອນໄຫວຂອງປະທານສະພາແຫ່ງຊາດຫວຽດນາມ ຢູ່ ສ.ເຢຍລະມັນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ
​ຢ້ຽມຢາມ​ລັດ Hessen, ສ.​ເຢຍລະ​ມັນ
(ພາບ: TTXVN)


(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສ.​ເຢຍລະ​ມັນ​ ຢ່າງ​ເປ​ັນທາງ​ການ, ຕອນ​ຄໍ່າວັນ​ທີ 12/03, ຕາມ​ເວລາ​ຫວຽດນາມ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລັດ Hessen, Norbert Kartmann ​ແລະ ທ່ານຮອງ​ຜູ້ວ່າການ​ລັດ Hessen, Joerg Uwe Hahn. ຢູ້ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື​ເປັນ​ຄຳ​ຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ລັດ Hessen, ສູນ​ເສດຖະກິດ - ການ​​ເງິນ ​ແລະ ການສຶກສາອັນ​ດັບ​ໜຶ່ງ​ຢູ່​ເຢຍລະ​ມັນ ​ແລະ ​ເອີ​ລົບ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ ການ​ນຳ, ບັນດາ​ສະມາຊິກ​ສະພາ​ລັດ Hessen ສືບ​ຕໍ່​ສະໜັບ​ສະໜູນການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ເຢຍລະ​ມັນ ​ເວົ້າ​ລວມ​ ​ແລະ ລະຫວ່າງ​ຫວຽດນາມ - ລັດ Hessen ​ເວົ້າ​ສະ​ເພາະ ​ແລະ ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ລັດ Hessen ສືບ​ຕໍ່​ສົ່ງ​ເສີມ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ Hessen ມາ​ລົງທຶນ​ດຳ​ເນີນ​ທຸລະ​ກິດຢູ່​ຫວຽດນາມ ກໍ​ຄື​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ລັດ Hessen, ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ​ ​ເວົ້າ​ລວມ ​ແລະ ລັດ Hessen ​ເວົ້າ​ສະ​ເພາະ ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ຍາວ​ນານ ​ແລະ ໝັ້ນຄົງ​ຢູ່​ຫວຽດນາມ, ກໍ​ຄື​ສະໜັບສະໜູນ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ຮໍ່​າຮຽນ, ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂດ​ຕ່າງໆ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ.

        ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລັດ Hessen, Norbert Kartmann ​ແລະ ທ່ານ​ຮອງຜູ້ວ່າການ​ລັດ Hessen, Joerg Uwe Hahn ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ສືບ​ຕໍ່​ສ້າງ​ທຸກ​​ເງື່ອນ​ໄຂ​ສະດວກທີ່​ສຸດ​ໂດຍ​ຜ່ານ​ກົນ​ໄກ ​ແລະ ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ລັດ Hessen ຊຸກຍູ້​ການ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢ່າ​ງມີ​ປະສິດທິ​ຜົນ.

        ​ແລະ​ກໍ​ໃນ​ຕອນ​ຄໍ່າ​ວັນ​ທີ 12/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽນ​ຊິງ​ຮຸ່ງ ​ແລະ ສະມາ​ຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ Frankfurt ​ເພື່ອ​ໄປ​ຍັງ Beclin, ສື​ບຕໍ່​ການ​ຢ້ຽມຢາມ ສ.​ເຢຍລະ​ມັນ ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ