(vovworld) - ໂດຍສືບຕໍ່ການເຄື່ອນໄຫວຕ່າງໆຂອງ Festival ເຫ໋ວ 2012, ຕອນເຊົ້າວັນທີ 14/4, ຢູ່ປະຕູໂຂງຕົ້ນຕໍ່ ງໍ້ມົນ, ນະຄອນ ເຫວ໋, ໄດ້ດຳເນີນການແຂ່ງຂັນ ”ວ່າວຫວຽດນາມ” ຄັ້ງທີ 2 ມື້ສຸດທ້າຍ, ແລະ ເວລາ 15 ໂມງ, ຢູ່ ງິງເລືອງດິ່ນ ໄດ້ດຳເນີນງານບຸນຕີກອງ ແລະ ດົນຕີພື້ນເມືອງ, ເວລາ 21 ໂມງ ຢູ່ພະລາດຊະວັງທ້າຍຮ່ວາ ກໍ່ດຳເນີນ ”ງານລາຕີຝ່າຍຕາເວັນອອກ”.
ວ່າວຂອງສະໂມສອນວ່າເຫ໋ວ
(ພາບ: vnanet.vn)
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 13/4, ຢູ່ພາຍໃນລາຊະວັງ, ໄດ້ດຳເນີນ”ງານລາຕີຢູ່ພະລາຊະວັງ” ຄ່ຳຄືນທີ 2
ເທບປະກອບສຽງ
ນີ້ແມ່ນງານບຸນຕົ້ນຕໍ່ເພື່ອຮັບໃຊ້ນັກທ່ອງທ່ຽວຢູ່ Festival ເຫ໋ວ 2012, ເຊິ່ງວາດພາບບາງແງ່ມູມແຫ່ງການດຳລົງຊີວິດໃນລາຊະວັງ ຫງວຽນ (1802-1945).
ທ່ານ Phan Thanh Hai, ຜູ້ອຳນວຍການສູນອະນຸລັກຮັກສາມໍລະດົກ ກຸງເກົ່າເຫ໋ວ, ໃຫ້ຮູ້ວ່າ, ສິ່ງທີ່ສ້າງຄວາມຈັບອົກຈັບໃຈທີ່ສຸດຂອງ ງານລາຕີໃນພະລາຊະວັງ 2012 ແມ່ນຂະບວນແຫ່ ”ລາຊະທິດາກັບເມືອລາຊະວັງ” ແລະ ນັກທ່ອງທ່ຽວເຂົ້າຮ່ວມຂະບວນແຫ່ດັ່ງກ່າວຈະໄດ້ດື່ມຊາ ແລະ ກິນເຂົ້າໜົມປະເພດຕ່າງໆທີ່ມີຊື່ສຽງຂອງເຫ໋ວ.
”ນີ້ແມ່ນງານບຸນທີ່ຮັບໃຊ້ໃຫ້ແກ່ Festival ເຫ໋ວ . ການເຄື່ອນໄຫວຕ່າງໆຂອງງານລາຕີໃນພະລາຊະວັງ ໄດ້ຮັບການຄົ້ນຄ້ວາ ແລະຟື້ນຟູນັບແຕ່ປີ 2006, ແລະ ຜ່ານ Festival ຄັ້ງຕ່າງໆ, ມາຮອດປະຈຸບັນພວກເຮົາໄດ້ມີການຄົ້ນຄ້ວາ ແລະປັບປຸງໃຫ້ເໝາະສົມແລ້ວ.
ແລະກໍ່ໃນຕອນຄ່ຳວັນທີ 13/4, ເວລາ 21 ໂມງ ໄດ້ດຳເນີນ”ງານລາຕີຝ່າຍຕາເວັນອອກ” ດ້ວຍການເດີນແບບອາພອນເພດຊົງຂອງ 10 ປະເທດຄື: ກຳປູເຈຍ, ຟິລິບປິນ, ລາວ, ສເກົາຫຼີ, ອິນເດຍ, ຍີ່ປຸ່ນ ແລະ ຫວຽດນາມ.