ການເຄື່ອນໄຫວຜະລິດໃນໄລຍະຕົ້ນປີໃໝ່ປີມະແມ2015

ການເຄື່ອນໄຫວຜະລິດໃນໄລຍະຕົ້ນປີໃໝ່ປີມະແມ2015 - ảnh 1
ການ​ເຄື່ອນ​ໄຫວ​ຜະ​ລິດຢູ່​ທ່າ​ກ່ຳ​ປັ່ນ ເກີ໋ມ​ຝາ ໃນ​ຕົ້ນ​ປີ​ໃໝ່​ປີ​ມະ​ແມ 2015
(ພາບປະ​ກອບ)

(vovworld) – ໃນ​​ມື້​ຕົ້ນ​ປີ​ໃໝ່​ປີ​ມະ​ແມ 2015, ວັນ​ທີ 19/2, ມີຫຼາຍ​ທ້ອງ​ຖິ່ນ​ໄດ້​ເລີ່ມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ການ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ​້​ປີ​ໃໝ່​ບັນ​ລຸ​ຜົນ​ສຳ​ເລັດ ແລະ ໂຊກ​ດີ.

        8 ໂມງ​ເຊົ້າ​ວັນ​ທີ 19/2, ຢູ່​ທ່າ​ກຳ​ປັ່ນ ເກີ໋ມ​ຝາ, ແຂວງ ກວາງ​ນີງ, ບໍ​ລິ​ສັດ​ສາງ ແລະ ທ່າ​ກຳ​ປັ່ນ ເກີ໋ມ​ຝາ, ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ກຳ​ປັ່ນ​ລຳ​ໜຶ່ງ​ເຂົ້າ​ທຽບ​ທ່າ ແລະ ຂົນ​ສົ່ງ​ຖ່ານ​ຫີນ​ຖ້ຽວ​ທຳ​ອິດ​ໃນ​ປີ​ໃໝ່​.

        ໃນ​ຕອນ​ເຊົ້າມື້​ທຳ​ອິດ​ຂອງ​ປີ​ໃໝ່​ປີ​ມະ​ແມ, ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ ດ່າ​ນັ້ງ​ໄດ້​ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອ​ງທ່ຽວ​ທຳ​ອິດ​ໄປ​ດ້ວຍ​ທາງ​ທະ​ເລ​ໃນ​ກ່ຳ​ປັ່ນ Star Bridge. ສ່ວນຫຼາຍ​ແຂກ​ທ່ອງ​ທ່ຽວ​ໃນ​ກ່ຳ​ປັ່ນ​ນີ້​ຖື​ສັນ​ຊາດ ອາ​ເມ​ລິ​ກາ.

        ສ່ວນ​ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ກິມ​ແທ່ງ, ຂຶ້ນ​ກັບ​ດ່ານ​ຊາຍ​ແດນສາ​ກົນ ລາວ​ກາຍ ​ຕິດ​ກັບ​ແຂວງ ຢຽນ​ໜານ (ປະ​ເທດ​ຈີນ), ບໍ​ລິ​ສັດ​ຈຳ​ກັດ​ຜູ້​ດ່ຽວ​​ຂາ​ເຂົ້າ​ຂາ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ອາ​ນ​ບີ່ງ ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ ຈີນ. ທ່ານ ​ເຢ້​ຄ້ວາຍ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຈຳ​ກັດ​ການ​ຄ້າ ​ໝາວ​ເຢ້  -  ​ຂືວ​ເຂົ້າ (ປະ​ເທດ ຈີນ), ໃຫ້​ຮູ້​ວ່າ:

        “ໃນ​ວັນ​ທີ 1 ຂອງ​ບຸນ​ເຕັດ, ພວກ​ຂ້າ​ພະ​ເຈົ້າ​ອາດ​ສາ​ມາດ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ ຫວຽດ​ນາມ​ ຄື​ແນວນີ້, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ໃນ​ປີ 2015, ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຈີນ - ຫວຽດ​ນາມ ຈະ​ນັບ​ມື້​ນັບ​ດີ​ກ່​ວາ​ເກົ່າ. ຫວັງ​ວ່າ​ໃນ​ປີໃໝ່, ການ​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຈີນ ແລະ ຫ​ວຽດ​ນາມ, ພີ​ເສດ​ແມ່ນ​ເມືອງ …. ແລະ ແຂວງ ລາວ​ກາຍ ຈະ​ພັດ​ທະ​ນາ​ດີ​ກ່​ວາ​ປີ​ກ່ອນ.”

 


ຂ່າວ/ບົດ​ອື່ນ