ການເຈລະຈາດ້ານນິວເຄຼຍກັບອີຣານແກ່ຍາວເກີນກຳນົດເວລາສຸດທ້າຍ


ການເຈລະຈາດ້ານນິວເຄຼຍກັບອີຣານແກ່ຍາວເກີນກຳນົດເວລາສຸດທ້າຍ - ảnh 1
ກາ​ນ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ P5+1
(ພາບ: Reuters)

(vovworld) – ​​ວັນ​ທີ 31/3, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຍອມ​ຮັບ​ວ່າ: ກາ​ນ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອັງ​ກິດ, ເຢຍ​ລະ​ມັນ, ລັດ​ເຊຍ, ຝ​ຣັ່ງ, ຈີນ ພ້ອມ​ກັບ ເຢຍ​ລະ​ມັນ) ແລະ ອີ​ຣານ ຢູ່ Lausanne, ປະ​ເທດ ສະ​ວິດ ໄດ້​​ແກ່​ຍາວ​ຮອດ​ວັນ​ທີ 1/4. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່າ​ນ​ນາງ Marie Harf ໃຫ້​ຮູ້​ວ່າ: ບັນ​ດາ​ການ​ເຈ​ລະ​ຈາ​ຢູ່ Lausanne “ບັນ​ລ​ຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າຢ່າງ​ພຽງ​ພໍ​ເພື່ອ​ແກ່​ຍາວ​ຮອດ​ວັນ​ທີ 1/4”. ທ່ານ​ນາງ​ Marie Harf ຮັບ​ຮູ້​ວ່າ​ຍັງ​ມີ​ບາງ​ບັນ​ຫາ​ຫຍຸ້ງ​ຍາກ ແລະ ຖື​ວ່າ ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ກອບ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ທີ່ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ ເຕ​ເຮ​ຣານ ໃນ​ຮອບ​ເຈ​ລະ​ຈາ​​ທີ່ພວມ​ດຳ​ເນີນ​ໄປ​ແມ່​ນ 50 – 50. ຕາມ​ແຫຼ່ງ​ຂ່າວ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລ້ວ, ຄະ​ນະ​ເຈ​ລະ​ຈາ ອາ​ເມ​ລິ​ກາ ຢູ່ Lausanne ພວມ​ຕີ​ລາ​ຄາ​ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ຕະຫຼອດ 18 ເດືອນ​ຜ່ານ​ມາ ກໍ່​ຄື​ບັນ​ດາ​ບັນ​ຫາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ແລະ ຖ້າ​ຫາກ​ເຫັນ​ວ່າ​ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ຕໍ່​ໄປ “ແມ່ນ​​ຈະຖ​ືກ​ແກ​່​ຍາວ​ເຖິງວັນ​ທີ 1/4”, ແທນ​ທີ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 31/3. ກໍ່​ໃນ​ວັນ​ທີ 31/3, ຫົວ​ໜ້າ​ນັກ​ເຈ​ລະ​ຈາ ອີ​ຣານ, ທ່ານ Abbas Aragchi ກໍ່​ສະ​ແດງ​ຄວາມ​ຫວັງ​ອາ​ດ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ໃນ​ວັນ​ທີ 1/4.

ຂ່າວ/ບົດ​ອື່ນ