ການເຈລະຈາດ້ານນິວເຄຼຍຕ່າງໆຈະຖືກຈັດຂຶ້ນຢູ່ ອີຣານໃນອະນາຄົດໃກ້ໆນີ້
ການເຄື່ອນໄຫວນິວເຄຼຍ ເຮັດໃຫ້ຂະແໜງນ້ຳມັນບໍແຮ່ຂອງ ອີຣານ ຖືກຮັບຜົນຮ້າຍຢ່າງໜັກໜ່ວງ ຍ້ອນຄຳສັ່ງລົງໂທດ
(vovworld) - ວັນທີ 10/2, ລັດຖະມົນຕີການຕ່າງປະເທດ ອີຣານ ທ່ານ Ali – Akbar Salehi ໃຫ້ຮູ້ວ່າ: ການເຈລະຈາກ່ຽວກັບນິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ເຢຍລະມັນ) ຈະຖືກດຳເນີນໃນອະນາຄົດໃກ້ໆນີ້. ທ່ານ Salehi ໃຫ້ຮູ້ວ່າ: ກຸ່ມ P5+1 ຍັງສົ່ງໃສຕໍ່ບັນຫາຈຳນວນໜຶ່ງ ແລະ ອີຣານພວມພະຍາຍາມເຮັດແຈ້ງບັນຫາທີ່ສົ່ງໃສນັ້ນ. ຕາມທ່ານ Salehi ແລ້ວ, ຈົດໝາຍຂອງຫົວໜ້າຄະນະເຈລະຈານິວເຄຼຍຂອງອີຣານ ທີ່ສົ່ງເຖິງ ທ່ານນາງ Catherine Ashton, ຂ້າຫຼວງໃຫຍ່ສະຫະພາບເອີລົບຮັບຜິດຊອບບັນດາບັນຫາພົວພັນຕ່າງປະເທດ ໄດ້ສະແດງວ່າ: ອີຣານ ກຽມພ້ອມໃຫ້ແກ່ການເຈລະຈາຕ່າງໆແລ້ວ, ດັ່ງນັ້ນຫວັງວ່າການເຈລະຈາຕ່າງໆຈະຖືກດຳເນີນໃນອະນາຄົດໃກ້ໆນີ້.
ຖະແຫຼງການຂອງທ່ານ Salehi ຖືກຍົກອອກມາ ໃນສະພາບການທີ່ ອາເມລິກາ ແລະ ບັນດາປະເທດ ເອີລົບພວມຍົກອອກບັນດາມາດຕະການລົງໂທດທີ່ແຂງກະດ້າງທີ່ສຸດ ຕໍ່ຂະແໜງສົ່ງອອກນ້ຳມັນຂອງ ອີຣານ ເພື່ອບັງຄັບໃຫ້ ອີຣານ ປະລະໂຄງການນິວເຄຼຍທີ່ກໍ່ໃຫ້ເກີດການຖົກຖຽງກັນຂອງຕົນ.