ທ່ານປະທານນາທິບໍດີ Tomislav Nikolic
( ພາບ: AFP )
( vovworld ) - ວັນທີ 20/5, ຫົວໜ້າຝ່າຍຄ້ານຢູ່ ແຊກເບຍ, ທ່ານ Tomislav Nikolic ໄດ້ຖະແຫຼງຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ເຊິ່ງດຳເນີນໄປກ່ອນນັ້ນໜື່ງວັນ, ພ້ອມກັນນັ້ນໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ນຳປະເທດນີ້ເຂົ້າເປັນສະມາຊິກສະຫະພາບເອີລົບ EU. ດ້ວຍກວ່າ 40,67% ຈຳນວນບັດທີ່ໄດ້ນັບ, ຄະນະກຳມະການເລືອກຕັ້ງແຊກເບຍ ປະກາດວ່າ ທ່ານ Tomislav Nikolic, ຍາດໄດ້ 50,21% ບັດສະໝັບສະໝູນ, ໃນຂະນະທີ່ປະທານນາທິບໍດີຄົນປະຈຸບັນ, ທ່ານ Boris Tadic ໄດ້ຮັບພຽງ 46,77% ບັດສະໜັບສະໜູນເທົ່ານັ້ນ.