ການເລືອກຕັ້ງ ອາເມລິກາ: ລາຍຈ່າຍໃນບັ້ນຫາສຽງເລືອກຕັ້ງຂອງທ່ານນາງ Kamala Harris ລື່ນກາຍຄູ່ແຂ່ງ

(VOVWORLD) - ໃນການຫາສຽງເລືອກຕັ້ງລະດັບຊາດ ແລະ ບັນດາລັດສະໜາມແຂ່ງຂັນທີ່ສາມາດຕັດສິນຜູ້ຮັບໄຊຊະນະ, ທ່ານນາງ Kamala Harris ແລະ ທ່ານ Donald Trump ພວມວຸດວິດກັນ.
ການເລືອກຕັ້ງ ອາເມລິກາ: ລາຍຈ່າຍໃນບັ້ນຫາສຽງເລືອກຕັ້ງຂອງທ່ານນາງ Kamala Harris ລື່ນກາຍຄູ່ແຂ່ງ - ảnh 1ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ, ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີສັງກັດພັກປະຊາທິປະໄຕ
(ພາບ: Kyodo/TTXVN)

        ຕາມຂໍ້ມູນທີ່ໄດ້ສົ່ງເຖິງຄະນະກຳມະການເລືອກຕັ້ງສະຫະລັດ ອາເມລິກາ ແລ້ວ, ບັ້ນຫາສຽງເລືອກຕັ້ງຂອງທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ, ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີສັງກັດພັກປະຊາທິປະໄຕ, ໄດ້ໃຊ້ຈ່າຍຈຳນວນເງິນ 270 ລ້ານ USD ໃນໄລຍະ 9 ເດືອນຜ່ານມາ. ທ່ານອະດີດປະທານາທິບໍດີພັກສາທາລະນະ Donald Trump ກໍ່ໃຊ້ຈ່າຍຈຳນວນເງິນ 78 ລ້ານ USD ເພື່ອໂຄສະນາໃນຈຸດເວລາດຽວກັນ.

        ໃນການຫາສຽງເລືອກຕັ້ງລະດັບຊາດ ແລະ ບັນດາລັດສະໜາມແຂ່ງຂັນທີ່ສາມາດຕັດສິນຜູ້ຮັບໄຊຊະນະ, ທ່ານນາງ Kamala Harris ແລະ ທ່ານ Donald Trump ພວມວຸດວິດກັນ. ການໃຊ້ຈ່າຍຫຼາຍກວ່າພວມຊ່ວຍໃຫ້ທ່ານນາງ Kamala Harris ໄດ້ໂຄສະນາທາງໂທລະພາບຢ່າງກວ້າງຂວາງກວ່າໃນຊຸມມື້ສຸດທ້າຍກ່ອນທີ່ຈະດຳເນີນການເລືອກຕັ້ງ, ເຊິ່ງຈັດຂຶ້ນໃນວັນທີ 05 ພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ