ຫວຽດນາມ ເລື່ອນລະດັບດັດຊະນີສິດອຳນາດຂຶ້ນ ຍ້ອນຜົນສະທ້ອນດ້ານການທູດ ແລະ ວັດທະນະທຳ

(VOVWORLD) - ການວັດແທກດັດຊະນີສິດອຳນາດນີ້ໂດຍອີງໃສ່ 8 ມາດຕະຖານ: ກຳລັງຄວາມສາມາດດ້ານເສດຖະກິດ, ກຳລັງຄວາມສາມາດດ້ານການທະຫານ, ຄວາມສາມາດຟື້ນຟູ

        ບົດລາຍງານປະຈຳປີກ່ຽວກັບດັດຊະນີສິດອຳນາດອາຊີ 2024 ໂດຍສະຖາບັນຄົ້ນຄວ້າ Lowy, ອົດສະຕາລີ ຫາກໍ່ປະກາດຊີ້ໃຫ້ເຫັນວ່າ, ຫວຽດນາມ ຢືນອັນດັບທີ 12 ໃນຈຳນວນ 27 ປະເທດ ແລະ ເຂດແຄ້ວນທີ່ໄດ້ຈັດເຂົ້າອັນດັບ. ຕາມນັ້ນແລ້ວ, ກຳລັງແຮງສັງລວມຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ປີ 2023, ສ້າງຜົນສະທ້ອນໃນພາກພື້ນຫຼາຍກວ່າເມື່ອທຽບໃສ່ການຄາດຄະເນ. ການວັດແທກດັດຊະນີສິດອຳນາດນີ້ໂດຍອີງໃສ່ 8 ມາດຕະຖານ: ກຳລັງຄວາມສາມາດດ້ານເສດຖະກິດ, ກຳລັງຄວາມສາມາດດ້ານການທະຫານ, ຄວາມສາມາດຟື້ນຟູ, ແຫຼ່ງກຳລັງໃນອະນາຄົດ, ການພົວພັນດ້ານເສດຖະກິດ, ເຄືອຂ່າຍປ້ອງກັນຊາດ, ຜົນສະທ້ອນດ້ານການທູດ ແລະ ຜົນສະທ້ອນດ້ານວັດທະນະທຳ.

        ຕາມທ່ານນາງ Susannah Patton, ຫົວໜ້າໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງສະຖາບັນ Lowy, ຫົວໜ້າໂຄງການດັດຊະນີສິດອຳນາດ ອາຊີ ແລ້ວ, ການດັດປັບຫຼາຍທີ່ສຸດຂອງ ຫວຽດນາມໃນປີນີ້ ແມ່ນການສົ່ງຜົນສະທ້ອນດ້ານການທູດ ແລະ ວັດທະນະທຳ. ນອກຈາກຂົງເຂດການທູດແລ້ວ, ທ່ານນາງກໍ່ເນັ້ນໜັກວ່າ, ຫວຽດນາມ ໄດ້ປັບປຸງຄະແນນກ່ຽວກັບການພົວພັນດ້ານເສດຖະກິດ, ພວມກາຍເປັນປະເທດມີພື້ນຖານເສດຖະກິດເຊື່ອມຕໍ່, ສາມາດເຊື່ອມຕໍ່ລະຫວ່າງ ອາເມລິກາ ແລະ ຈີນ. ເມື່ອທຽບໃສ່ຫຼາຍປະເທດຢູ່ພາກພື້ນ, ຫວຽດນາມ ມີລະດັບເຂົ້າຮ່ວມເສດຖະກິດກັບ ອາເມລິກາ ແລະ ຈີນ ໂດຍມີຄວາມດຸ່ນດ່ຽງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ