ການໂອ້ລົມສົນທະນາກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ

ການໂອ້ລົມສົນທະນາກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ - ảnh 1
ການ​ໂອ້​ລົມ​ສົນທະນາລະ​ຫວ່າງ​ຫວຽດນາມ - ລາວ
(ພາບ: baomoi.com)


(vovworld) -     ຕອນ​ເຊົ້າ​ວັນ​ທີ 20/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ນະຄອນ ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ “​ເສີມ​ຂະຫຍາຍ​ສາຍພົວພັນມິດຕະພາບ​ທີ່​ເປັນມູນ​ເຊື້ອ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດນາມ - ລາວ ​ໃນ​ສະພາບ​ການ​ໃໝ່”. ທີ່​ການ​ໂອ້​ລົມ​ສົນທະນາ, ບັນ​ດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ວ່າ ​ເລື່ອງ​ຖື​​ການ​ຮ່ວມ​ມື ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດເປັນ​ສຳຄັນ ​ເພື່ອ​ແນ​ໃສ່​ສ້າງ​ລຸ້ມຄົນ​ສືບ​ທອດ​ໃໝ່ ທີ່​ມີ​ຄວາມ​ສາມາດ ​ແລະ ຄວາມ​ຮັບ​ຮູ້​ຢ່າງ​ເລີກ​ເຊິ່ງກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທ​ດ, ສູ້​ຊົນ​ນຳ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ ຟານ​ຊວນ​ບຽນ, ປະທານ​ສະມາ​ຄົມ​ມິດຕະພາບ​ຫວຽດນາມ - ລາວ ນະຄອນ​ໂຮ່ຈິ​ມິນ, ຢືນຢັນ​ວ່າ.

        “​ເຖິງ​ວ່າ ນະຄອນ​ໂຮ່ຈິ​ມິນ ບໍ່​ມີ​ເສັ້ນ​ຊາຍ​ແດນຮ່ວມ​ກັບ​ລາວ ກໍຕາມ ​ແຕ່​​ຍາມ​ໃດ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ກໍ​ສະຫງວນ​ອາລົມ​ຈິດ​ອົບ​ອຸນອັນ​ສະໜິດ​ສະ​ໜົມ ພັກ, ລັດ ​ແລະ ປະຊາຊົນ​ລາ​ວ. ​ໃນ​ໄລຍະ​ຜ່ານ​ມາ, ນະຄອນ​ໄດ້​ມີ​ການ​ແຮກສ່ຽວ​ກັບນະຄອນຫຼວງ​ວຽງ​ຈັນ​ ແລະ ​ແຂວງ​ຈຳ​ປະ​ສັກ ​ໃນ​ທຸກ​ຂົງ​ເຂດ ​ແລະ ພວມ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ທາງ​ພາກ​ກາງ, ພາກ​ໃຕ້​ຂອງ​ລາວ. ທາງ​ນະຄອນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄຸນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ.”

ຂ່າວ/ບົດ​ອື່ນ