ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ - ຍີ່​ປຸ່ນ ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ລວມ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ

(VOVWORLD) -ວັນທີ 25 ສິງຫາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກະຊວງສິ່ງແວດລ້ອມ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີໃນຂອບເຂດກອງປະຊຸມການໂອ້ລົມສົນທະນານະໂຍບາຍສິ່ງແວດລ້ອມຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6.
ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ - ຍີ່​ປຸ່ນ ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ລວມ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ - ảnh 1ການໂອ້ລົມສົນທະນານະໂຍບາຍສິ່ງແວດລ້ອມ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປສູ່ເປົ້າໝາຍລວມເພື່ອການພັດທະນາແບບຍືນຍົງ

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ທ່ານ Koizumi Shinjiro ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ ໄດ້ແລກປ່ຽນບາງເນື້ອໃນຮ່ວມມືໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນໄລຍະຈະມາເຖິງຄື: ຫຼຸດຜ່ອນ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງສິ່ງເສດເຫຼືອ ແລະ ຂີ້ເຫຍື້ອຢູ່ທະເລ, ປົກປັກຮັກສາສິ່ງແວດລ້ອມຕໍ່ການເຄື່ອນໄຫວທາດເຄມີ… ທ່ານ Koizumi Shinjiro ໃຫ້ຮູ້ວ່າ ຍີ່ປຸ່ນຈະໜູນຊ່ວຍ ຫວຽດນາມໄດ້ສຳຜັດກັບບັນດາຜົນງານການຄົ້ນຄ້ວາວິທະຍາສາດ, ການເງິນ, ເຕັກໂນໂລຢີ, ເພີ່ມທະວີກຳລັງຄວາມສາມາດເພື່ອພັດທະນາບັນດາຂົງເຂດປົກປັກຮັກສາສິ່ງແວ້ດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງ ແລະ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກຢູ່ມະຫາສະມຸດ…

ຕອບກັບ

ຂ່າວ/ບົດ​ອື່ນ