ທ່ານເລຂາຄະນະພັກກຸ່ມບັນດາອົງການສຳນັກງານສູນກາງ
ດ່າວງອກຢູງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
|
(vovworld) - ຕອນເຊົ້າວັນທີ 17/6, ຢູ່ຮ່າໂນ້ຍ, ຄະນະພັກກຸ່ມອົງການສຳນັກງານສູນກາງສົມທົບກັບສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ສື່ມວນຊົນປະຕິວັດກັບວຽກງານກໍ່ສ້າງພັກໃນໄລຍະໃໝ່”, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6). ຕີລາຄາບົດບາດຂອງສື່ມວນຊົນ ສຳລັບວຽກງານກໍ່ສ້າງພັກ, ທ່ານເລຂາຄະນະພັກກຸ່ມບັນດາອົງການສຳນັກງານສູນກາງ ດ່າວງອກຢູງ, ເນັ້ນໜັກວ່າ:
“ໃນສະພາບການເຄື່ອນໄຫວຕົວຈິງ, ບັນດາອົງການສື່ມວນຊົນຍາມໃດກໍ່ຖືເປັນສຳຄັນວຽກງານກໍ່ສ້າງພັກ. ລະບົບສື່ມວນຊົນພັກ, ບັນດາອົງການມວນຊົນຕ່າງໆໄດ້ສະຫງວນກຳລັງເໝາະສົມ, ລົງທຶນດ້ານຊັບພະຍາກອນມະນຸດ ແລະ ພຸມປັນຍາເພື່ອໂຄສະນາເຜີຍແຜ່ກ່ຽວກັບການກໍ່ສ້າງພັກ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ, ປະກອບສ່ວນນຳແຜນນະໂຍບາຍ, ມະຕິຂອງພັກກ້າວເຂົ້າສູ່ຊີວິດຕົວຈິງ, ຫັນແນວຄິດຂອງພັກ ແລະ ຈິດໃຈຂອງປະຊາຊົນໃຫ້ປະກົດຜົນເປັນຈິງ.”