ກໍາປັ່ນທະຫານເຮືອ ສິງກະໂປ ຢ້ຽມຢາມ ນະຄອນດ່ານັ້ງ

ກໍາປັ່ນທະຫານເຮືອ ສິງກະໂປ ຢ້ຽມຢາມ ນະຄອນດ່ານັ້ງ - ảnh 1
ກໍາ​ປັ່ນທະຫານ​ເຮືອ Rss Resolution ຂອງ​ສິງກະ​ໂປ
(​ເຂົ້າ​ທຽບ​ທ່າ ຕຽນ​ຊາ, ນະຄອນ ດ່າ​ນັ້ງ)


(vovworld) - ຕອນ​ເຊົ້າ​ວັນ​ທີ 04/03, ກໍາ​ປັ່ນທະຫານ​ເຮືອ Rss Resolution ຂອງ​ສິງກະ​ໂປ ລວມມີສະມາຊິກ ​ 250 ຄົນໂດຍ​ພັນ​ຕີ Chew Kelvin ​ເປັນ​ຜູ​້ບັນຊາ ​ໄດ້​ເຂົ້າ​ທຽບ​ທ່າ ຕຽນ​ຊາ, ນະຄອນ ດ່າ​ນັ້ງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 04 – 07/03. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ຄັ້ງ​ທີ 9 ຂອງກໍາ​ປັ່ນທະຫານ​ເຮືອ ສິງກະ​ໂປ  ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ມາຢ້ຽມຢາມ​ຫວຽດນາມ ຂອງກໍ່າ​ປັ່ນ Rss Resolution. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ນາຍ​ທະຫານ ​ແລະ ລູກ​ເຮືອ​ຈະ​ເຂົ້າ​ຢ້ຽມ​ຂໍ່ານັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ, ກອງ​ບັນຊາ​ການ​ທະຫານ​​ເຮືອເຂດ 5 ​ແລະ ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 3. ຕໍ່​ຈາກ​ນັ້ນ, 2 ຝ່າຍ​ຈະ​ຈັດ​ຕັ້ງ​ການ​ຢ້ຽມຢາມ​ກໍາ​ປັ່ນ​ຂອງ​ກັນ; ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ກ່ຽວ​ກັບ​ການ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ ​ແລະ ຝືກອົບຮົມ​ການ​ນຳ​ໃຊ້​ສັນຍານ​ທຸງສາກົນ, ​ແສງ​​ໄຟ, ຢ້ຽມຢາມ​ບາງ​ເຂດທິວ​ທັດ​ທຳ​ມະ​ຊາດ​ຢູ່​ທ້ອງ​ຖິ່ນ.

        ການ​ຢ້ຽມຢາມ​ຂອງ​ກໍາ​ປັ່ນທະຫານ​ເຮືອ ສິງກະ​ໂປ ຈະ​ປະກອບສ່ວນ​​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລ​ະ ສິງກະ​ໂປ ​ເວົ້າ​ລວມ​, ລະຫວ່າງ​ກອງທັບ 2 ປະ​ເທດ​ເວົ້າ​ສະ​ເພາະ, ພິ​ເສດ​ໃນ​ສະພາບ​ທີ່ 2 ປະ​ເທດ​ພວມ​ກະກຽມ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດທີ່​​ໄດ້​ລົງ​ນາມ​ເມື່ອ​ເດືອນ 09/2013 ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ