ກຳ່ປັ່ນປ້ອງກັນຝັ່ງທະເລສເກົາຫຼີຢ້ຽມຢາມດ່ານັ້ງ


ກຳ່ປັ່ນປ້ອງກັນຝັ່ງທະເລສເກົາຫຼີຢ້ຽມຢາມດ່ານັ້ງ - ảnh 1

ກຳ່​ປັ່ນ​ປ້ອງ​ກັນ​ຝັ່ງ​ທະ​ເລ​ສ​ເກົາຫຼີ​ຢ້ຽມຢາມ​ດ່າ​ນັ້ງ

(vovworld) - ໃນ​ລະຫວ່າງ​ວັນ​ທີ 3-6/5, ກຳ່​ປັ່ນ​ເຝິກອົບຮົມ BADARO (311HAM) ຂອງ​ກຳລັງ​ປ່ອງ​ກັນ​ຝັ່ງ​ທະ​ເລ ສ​ເກົາຫຼີ ພ້ອມ​ກັບ​ນາ​ຍທະ​ຫານ, ທະຫານ​ເຮືອ 170 ຄົນ, ​ໄດ້​ມາ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ນະຄອນ ດ່າ​ນັ້ງ. ບັນດາ າ​ຍທະ​ຫານ, ທະຫານ​ເຮືອຂອງ​ກຳ່​ປັ່ນ​ດັ່ງກ່າວ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ, ພົບ​ປະ​ແລກປ່ຽນ​ກັບ​ສິລະ​ປະ, ກິລາ​ກັບ​ບັນດາ​ນາຍ​ທະຫານ​ກອງ​ບັນຊາ​ການ​ເຂ​ຕຳຫຼວດ​ທະ​ເລ 2 ຢູ່​ເມືອງ ນູ໋ຍ​ແທ່ງ, ​ແຂວງ ກວາງ​ນາມ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, , ກຳລັງ​ກອງທັບ​ສອງ​ຝ່າຍ​ຈະ​ມີ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ເຟິກອົບຮົມ​ບົນ​ທະ​ເລ, ຕ້ານ​ປຸ້ນ​ສະດົມ​ທາງທະ​ເລ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ທະ​ເລ. ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກຳລັງ​ກອງທັບ​ຂອງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ