ກຳປູເຈຍ ຄາດຄະເນຈຸດເວລາປະກາດໝາກຜົນຂອງການເລືອກຕັ້ງຢ່າງເປັນທາງການ

ກຳປູເຈຍ ຄາດຄະເນຈຸດເວລາປະກາດໝາກຜົນຂອງການເລືອກຕັ້ງຢ່າງເປັນທາງການ - ảnh 1
(ພາບປະກອບຈາກ AP)

(vovworld) – ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ກຳ​ປູ​ເຈຍ (NEC) ​ໃຫ້​ຮູ້​ວ່າ: “ໝາກຜົນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ບັນດາ​ຕຳ​ແໜ່​ງ​ໄດ້​ຮັບ​ການ​ບົ່ງ​ຕົວ ​ແລະ ບັນດາ​ຜູ້​ອອກ​ສະໝັກ​ຮັບ​​ເລືອກ​ຕັ້ງ​ໄດ້​​ຮັບ​ໄຊຊະນະ ຈະ​ຖືກ​ປະກາດ​ໃນ​ວັນ​ທີ 14/8 ຖ້າ​ຫາກ​ບໍ່​ມີ​ການ​ຄັດຄ້ານ​ໃດໆ​ຈາກ​ບັນດາ​ພັກ​ການ​ເມືອງ”. ​ໃນ​ກໍລະນີ​ມີ​ການ​ຄັດຄ້ານ​ນັ້ນ, ຈຸດ​ເວລາ​ປະກາດ​ໝາ​ກຜົນ​ຢ່າງ​ເປັນ​ທາງ​ການຈະ​ຖືກ​ໂຈະ​ໄວ້​​ເຖິງ​​ວັນ​ທີ 8/9. ​ແລະກໍ່ຕາມ NEC ​ແລ້ວ, ໝາກຜົນ​ຂ​ອງການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 10/8 ຈະ​ມາ​ເຖິງ.

    ກຳປູ​ເຈຍ ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 28/7 ຜ່ານ​ມາ. ຕາມ​ໝາກຜົນ​ບໍ່​ເປັນ​ທາງ​ການ, ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ​​ໄດ້​ຮັບ​​ໄຊຊະນະ, ດ້ວຍ 68 ທີ່​ນັ່ງ​ໃນ​ຈຳນວນ 123 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ ​ແລະ ພັກ​ຝ່າຍ​ຄ້ານ​ກູ້​ຊາດ​ກຳ​ປູ​ເຈຍ (CNRP) ຍາດ​ໄດ້ 55 ທີ່​ນັ່ງ. ​ແຕ່ CNRP ​ໄດ້ຄັດຄ້ານ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ, ຖື​ວ່າ​ພັກ​ນີ້​ບັນ​ລຸ​ໄດ້ 63 ທີ່​ນັ່ງ, ສ່ວນ​ພັກ CPP ຍາດ​ໄດ້ 60 ທີ່​ນັ່ງ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ