ຂີດໝາຍອັນໃຫຍ່ຫຼວງສຳລັບດ້ານການຄ້າ2ຝ່າຍກຳປູເຈຍແລະຫວຽດນາມ

ຂີດໝາຍອັນໃຫຍ່ຫຼວງສຳລັບດ້ານການຄ້າ2ຝ່າຍກຳປູເຈຍແລະຫວຽດນາມ - ảnh 1
ຂີດ​ໝາຍ​ອັນ​ໃຫຍ່​ຫຼວງ​​ສຳ​ລັບ​ດ້ານ​ການ​ຄ້າ
2 ຝ່າຍ​ກຳ​ປູ​ເຈຍ​ແລະ​ຫວຽດ​ນາມ
(ພາບ​ປະ​ກອບ)

(vovworld) - ໜັງ​ສື​ພິມ​ລາຍ​ວັນ “Khmer Times”, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜັງ​ສື​ພິມ​ລາຍ​ວັນ​ໃຫຍ່ 3 ສະ​ບັບ ດ້ວຍ​ພາ​ສາ​ອັງ​ກິດ​ ຢູ່​ກຳ​ປູ​ເຈຍ, ສະ​ບັບ​ອອກວັນ​ທີ 15/06 ໄດ້​ລົງ​ພິມ​ບົດ​ຂຽນ, ພ້ອມ​ກັບ​ພາບ​ຖ່າຍ​ດ້ວຍ​ຫົວ​ຂໍ້​ວ່​າ “ຂີດ​ໝາຍ​ອັນ​ໃຫຍ່​ຫຼວງ​​ສຳ​ລັບ​ດ້ານ​ການ​ຄ້າ2ຝ່າຍ​ກຳ​ປູ​ເຈຍ​ແລະ​ຫວຽດ​ນາມ” ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ກຳ​ປູ​ເຈ​ຍ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ໃນ​ລະ​ຫວ່າງວັນ​ທີ 14 – 16/06. ໜັງ​ສື​ພິມ​ລາຍ​ວັນ “Khmer Times” ໄດ້​ຄັດ​ຄຳ​ກ່າວ​ປາ​ໄສ​ຂອ​ງ​ທ່ານ Leng Rithy, ສະ​ມາ​ຊິກ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ​ຫວຽດ​ນາມ ເຂົ້າ​ກຳ​ປູ​ເຈຍ, ຜູ້​ຕາງ​ໜ້າກ​ຸ່ມ​ບໍ​ລິ​ສັດ​ຢາງ​ພາ​ລາ​ຫວຽດ​ນາມ (VRG) ຢູ່ກ​ຳ​ປູ​ເຈຍ ຖື​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຈະ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕື່ມ​ອີກ ແລະ ຄຳ​ໝັ້ນ​ສັນ​ຍາ​​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ​ຜູ້​ດຳ​ເນີນ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່​ກຳ​ປູ​ເຈຍ ຢ່າງ​ແຮງ, ຜ່ານນັ້ນ ໄດ້​ຊ່ວຍ​ໃຫ້​​ກະ​ແສ​ເງິນ​ລົງ​ທຶນ​ຈາກ​ຫວຽດ​ນາມ ທີ່​ລົງ​ທ​ຶນ​ເຂົ້າ​ກຳ​ປູ​ເຈຍ ເພີ່ມ​ຂຶ້ນ​ໃນ​ຊຸ​ມ​ປີ​ຈະ​ມາ​ເຖິງ. ໜັງ​ສື​ພິມ​ລາຍ​ວັນ “Khmer Times” ກໍ​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Davit Van, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ Bower Group Asia ປະ​ຈຳ​ກຳ​ປູ​ເຈຍ ​ຖື​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ​ຳ​ປູ​ເຈຍ Samdech Hun Sen ຕ້ອງ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ການ​ລົງ​ທຶນ​ໃນ​ພາກ​ພື້ນ​ທີ່​ຄ້າຍ​ຄື​ກັນ​ກັບ​ຫວຽດ​ນາມ. ໃນ​ຂະ​ນະ​ນັ້ນ, ​ປະ​ທານ​ສະ​ຖາ​ບັນ​ກ​ຳ​ປູ​ເຈຍ ກ່ຽວ​ກັບການຄົ້ນ​ຄວ້າ​​ຍຸດ​ທະ​ສາດ​ທ່ານ Cheang Vanarith ຖື​ວ່າ, ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ໄດ້​ຊີ້​ໃຫ້​ເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງກ​ຳ​ປູ​ເຈຍ ແມ່ນ​ໃຫ້​ບຸ​ລິມະ​ສິດ​​ແກ່ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ.

ຂ່າວ/ບົດ​ອື່ນ