ຂັ້ນຕອນ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030

(VOVWORLD) -   ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍລົງລາຍເຊັນຂໍ້ຕົກລົງວ່າດ້ວຍການປະກາດໃຊ້ຂັ້ນຕອນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ ຮອດປີ 2030.

        ຕາມນັ້ນແລ້ວ, ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ວາງອອກຂັ້ນຕອນປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງ.      ໃນນັ້ນ, ກ່ຽວກັບເປົ້າໝາຍລົບລ້າງຄວາມອຶດຫິວ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ປັບປຸງທາດບໍາລຸງ ແລະ ຊຸກຍູ້ການພັດທະນາແບບຍືນຍົງ, ຂໍ້ຕົກລົງສະບັບດັ່ງກ່າວໄດ້ວາງອອກຂັ້ນຕອນ ຮອດປີ 2020 ແມ່ນແກ້ໄຂສະພາບຄວາມອຶດຫິວໄດ້ ໂດຍພື້ນຖານ ແລະ ຮອດປີ 2025 ແມ່ນຫຼຸດພົ້ນອອກຈາກໄພອຶດຫິວ.

        ສໍາລັບຂັ້ນຕອນປະຕິບັດເປົ້າໝາຍຮັບປະກັນການເຕີບໂຕເສດຖະກິດແບບຍືນຍົງ, ຮອບດ້ານ, ຕໍ່ເນື່່ອງ; ສ້າງວຽກເຮັດງານທໍາຢ່າງພຽງພໍ, ມີສະມັດຕະພາບ ແລະ ມີວຽກເຮັດງານທໍາທີ່ດີໃຫ້ແກ່ປະຊາຊົນທຸກຄົນນັ້ນ: ນັບແຕ່ປີ 2020 ຮອດປີ 2030 ການເຕີບໂຕ GDP ໃຫ້ຮັກສາຢູ່ລະດັບເຕີບໂຕແມ່ນແຕ່ 5 – 6% ໃນທຸກປີ, ການເຕີບໂຕ GDP ສະເລ່ຍຕໍ່ຫົວຄົນແມ່ນໃຫ້ຮັກສາຢູ່ລະດັບເພີ່ມຂຶ້ນແຕ່ 4 – 4,5% ໃນທຸກປີ; ລະດັບເພີ່ມສະມັດຕະພາບແຮງງານ ໃຫ້ຮັກສາຢູ່ໃນລະດັບເພີ່ມຂຶ້ນແມ່ນ 5% ໃນທຸກປີ.


ຕອບກັບ

ຂ່າວ/ບົດ​ອື່ນ