ຂະແໜງກົດລັບສູ້ຊົນເປັນເຈົ້າການດ້ານວິທະຍາສາດ - ເຕັກໂນໂລຊີກົດລັບ

(VOVWORLD) - ວັນທີ 18 ພຶດສະພາ ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ຄະນະກົດລັບເອກະພາບສູນກາງພາກໃຕ້ ຍ້ອນມີບັນດາຜົນງານດີເດັ່ນພິເສດໃນການຕໍ່ຕ້ານ ອາເມລິກາ ກູ້ຊາດ
ຂະແໜງກົດລັບສູ້ຊົນເປັນເຈົ້າການດ້ານວິທະຍາສາດ - ເຕັກໂນໂລຊີກົດລັບ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ຂະແໜງກົດລັບແມ່ນຂະແໜງວິທະຍາສາດ - ການເຕັກນິກກົດລັບພິເສດ, ດັ່ງນັ້ນ ຄວນສືບຕໍ່ປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ລັດກ່ຽວກັບວຽກງານກົດລັບຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີຂະແໜງກົດລັບ ສຸມໃສ່ຄົ້ນຄວ້າ, ໝູນໃຊ້, ພັດທະນາວິທະຍາສາດ - ເຕັກໂນໂລຊີກົດລັບ, ເຕັກນິກດ້ານວິຊາການ; ເພີ່ມທະວີການລົງທຶນ, ກໍ່ສ້າງ, ພັດທະນາພື້ນຖານວັດຖຸ - ເຕັກນິກໃຫ້ທັນສະໄໝ, ຄົບຊຸດ; ຄົ້ນຄວ້າວິທະຍາສາດ - ເຕັກນິກກົດລັບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປະຕິບັດງານ, ການສູ້ຮົບໃນສະພາບການໃໝ່ໃຫ້ດີກ່ວາ. ພ້ອມກັນນັ້ນ ເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີລະດັບວິຊາສະເພາະສູງ, ສູ້ຊົນເປັນເຈົ້າການດ້ານວິທະຍາສາດ - ເຕັກໂນໂລຊີກົດລັບ; ຕອບສະໜອງຢ່າງຄົບຖ້ວນບັນດາປະເພດເຕັກນິກຂໍ້ມູນຂ່າວສານ ແລະ ສື່ສານ; ກໍ່ສ້າງຂະແໜງກົດລັບ ຫວຽດນາມ ກາຍເປັນຂະແໜງຫລວງເທື່ອລະກ້າວ, ກ້າວຂຶ້ນສູຄວາມທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ