(vovworld) – ກະຊວງປ້ອງກັນປະເທດ ສ ເກົາຫຼີ ໃຫ້ຮູ້ເມື່ອວັນທີ 31/3 ວ່າ, ມີລູກປືນໃຫຍ່ປະມານ 100 ລູກ ທີ່ຍິງຈາກ ສປປ ເກົາຫຼີ ໄດ້ຕົກລົງເຂດທະເລຂອງ ສ ເກົາຫຼີ ຢູ່ທິດໃຕ້ຊາຍແດນທາງນ້ຳລະຫວ່າງ 2 ພາກ (NLL) ໃນທະເລເຫຼືອງ. ກ່າວຄຳເຫັນໃນການປະຊຸມຂ່າວດ່ວນ, ໂຄສົກຂອງກະຊວງດັ່ງກ່າວ, ທ່ານ Kim Min – seok, ໃຫ້ຮູ້ວ່າ ສປປ ເກົາຫຼີ ໄດ້ຍິງລູກປືນໃຫຍ່ປະມານ 500 ລູກໃນການຊ້ອມຮົບວັນທີ 31/3 ຢູ່ເຂດທະເລໃກ້ກັບເສັ້ນ NLL, ໃນນັ້ນມີ 100 ລູກໄດ້ຕົກລົງທະເລທິດໃຕ້ຂອງເສັ້ນ NLL ຂຶ້ນກັບເຂດທະເລຂອງ ສ ເກົາຫຼີ. ທ່ານ Kim Min – seok ໃຫ້ຮູ້ວ່າ: ສ ເກົາຫຼີ ໄດ້ໂຕ້ຕອບດ້ວຍເລື່ອງຍິງລູກປືນໃຫຍ່ກ່ວາ 300 ລູກໃສ່ເຂດທະເລທິດເໜືອຂອງເສັ້ນ NLL.
ແລະກໍ່ໃນວັນດຽວກັນ, ຈີນ ໄດ້ມີຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງພວມປີນຂັ້ນໄດໃນແຫຼມ ເກົາຫຼີ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດ ຈີນ ຫົ່ງເລີຍ ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຄວນລະງັບໃຈບໍ່ໃຫ້ເກີດການກະທຳທຳລາຍສັນຕິພາບ ແລະ ສະຖຽນລະພາບໃນແຫຼມ ເກົາຫຼີ.