ຄະນະກຳມະການເລືອກຕັ້ງສູນກາງສະຫະພັນລັດເຊຍເຫັນດີໃຫ້ປະທານາທິບໍດີ V.Putin ຫາສຽງເລືອກຕັ້ງໃນອາຍຸການໃໝ່

(VOVWORLD) -ວັນທີ 28 ທັນວາ, ຄະນະກຳມະການເລືອກຕັ້ງສູນກາງ ສະຫະພັນລັດເຊຍ ຮັບຮອງກຸ່ມຜູ້ມີສິດເລືອກຕັ້ງໄດ້ສະໜັບສະໜູນປະທານາທິບໍດີຄົນປະຈຸບັນ Vladimir Putin ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີຄືນໃໝ່ໃນການເລືອກຕັ້ງປີ 2018 ແລະ ອະນຸຍາດໃຫ້ທ່ານ Putin ສ້າງກອງທຶນເລືອກຕັ້ງ.

ຄະນະກຳມະການເລືອກຕັ້ງສູນກາງສະຫະພັນລັດເຊຍເຫັນດີໃຫ້ປະທານາທິບໍດີ V.Putin ຫາສຽງເລືອກຕັ້ງໃນອາຍຸການໃໝ່ - ảnh 1 ທ່ານປະທານາທິບໍດີ Vladimir Putin

(ພາບ: AP)

ດ້ວຍການກະທຳດັ່ງກ່າວ, ຄະນະກຳມະການເລືອກຕັ້ງສູນກາງສະຫະພັນລັດເຊຍ ໄດ້ອະນຸຍາດໃຫ້ທ່ານ Putin ເລີ່ມບັ້ນຫາສຽງເລືອກຕັ້ງຢ່າງເປັນທາງການ. ຕາມນັ້ນແລ້ວ, ອົງການນີ້ອະນຸຍາດໃຫ້ທ່ານ Putin ເປີດບັນຊີຮັບໃຊ້ວຽກງານຫາສຽງເລືອກຕັ້ງ.

        ກ່ອນໜ້ານັ້ນ, ວັນທີ 27 ທັນວາ, ທ່ານ Putin ເອງໄດ້ສົ່ງສຳເນົາຫາສຽງເລືອກຕັ້ງຢູ່ຄະນະກຳມະການເລືອກຕັ້ງສູນກາງສະຫະພັນລັດເຊຍ, ພາຍຫຼັງທີ່ກຸ່ມຜູ້ມີສິດເລືອກຕັ້ງໄດ້ປ່ອນບັດໃນວັນທີ 26 ທັນວາ ເພື່ອແຕ່ງຕັ້ງທ່ານເຂົ້າຮ່ວມການຫາສຽງເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ