ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫລວງເຮັດວຽກກັບຄະນະປະຈຳຄະນະພັກແຂວງ ລ້າງເຊີນ

(VOVWORLD) - ແຂວງ ລ້າງເຊີນ ຄວນສືບຕໍ່ຕິດພັນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງກັບການຮັດແໜ້ນກົດລະບຽບວິໄນບໍລິຫານລັດ; ຍົກສູງບົດບາດຂອງຜູ້ນຳໜ້າໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງ.
ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫລວງເຮັດວຽກກັບຄະນະປະຈຳຄະນະພັກແຂວງ ລ້າງເຊີນ - ảnh 1 ທີ່ການເຮັດວຽກ

ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ອວງຈູລືວ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ທີ່ການເຮັດວຽກໃນຕອນບ່າຍວັນທີ 29 ກັນຍາ ລະຫວ່າງຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງກັບຄະນະປະຈຳຄະນະພັກແຂວງ ລ້າງເຊີນ ກ່ຽວກັບການກວດກາ, ກະຕຸກຊຸກຍູ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລາວງໃນບໍລິເວນແຂວງ.

       ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານ ອວງຈູລືວ ໄດ້ຕີລາຄາສູງການຊີ້ນຳນຳພາຂອງຄະນະພັກແຂວງ ລ້າງເຊີນ ໃນການປະຕິບັດຊີ້ນຳຂອງສູນກາງສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ທ່ານ ອວງຈູລືວ ໄດ້ສະເໜີແຂວງ ລ້າງເຊີນ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງໃສ່ໃຈເຖິງການຊີ້ນຳນຳພາການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ທີ່ບໍ່ໄດ້ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດຂອງທ້ອງຖິ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ