ຄະນະປະຕິບັດງານຂອງ ຄະນະຊີ້ນຳເຂດໄຕງວຽນ ເຮັດວຽກຢູ່ອາຟຼິກກາໃຕ້

ຄະນະປະຕິບັດງານຂອງ ຄະນະຊີ້ນຳເຂດໄຕງວຽນ ເຮັດວຽກຢູ່ອາຟຼິກກາໃຕ້ - ảnh 1
(ພາບ:
tuyengiao.vn)

(vovworld)-​ແຕ່​ວັນ​ທີ 26-31/7, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ​ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ຄະນະ​ຜູ້​ປະຈຳ​ເຈິ່ນຫວຽດຮຸ່ງ ​ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່​ ສ.ອາ​ຟຼິກກາ​ໃຕ້ ​ເພື່ອ​ແນ​ໃສ່​ຄົ້ນຄ້ວາ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ນະ​​ໂຍບາຍ​ພັດທະນາ​ພິ​ເສດສະ​ເພາະ​ສຳລັບ​ບັນດາ​ເຂດ​ແຄ້ວ​ນດ້ອຍ​ພັດທະນາ​ຂອງ ອາ​ຟຼິກກາ​ໃຕ້. ​ໃນ​ການ​ເຮັດ​ວຽກ​ກັບ​ກະຊວງ​ພັດທະນາ​ສັງຄົມອາ​ຟຼິກກາ​ໃຕ້ ​ຢູ່​ນະຄອນຫຼວງ Pretoria, ຄະນະ​ຜູ້​ແທນ​ຫວຽດນາມ ມີ​ຄວາມ​ສົນ​ໃຈ​ຕໍ່ ການ​ຫັນປ່ຽນ​ໃນ​ການ​ກຳນົດ​ທິດ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່ອາ​ຟຼິກກາ​ໃຕ້ ​ໃນ​ປະຈຸ​ບັນ. ຝ່າຍ​ຫວຽດນາມ ຖື​ວ່າ, ບັນ​ດາ​ອົງການ ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງການ​ຈັດຕັ້ງອາ​ຟຼິກກາ​ໃຕ້ ຕ້ອງ​ຄ່ອຍໆ​ຫລຸດຜ່ອນ​ການ​ສະໜອງ​ເງິນ​ອຸດ​ໜູນ ​ແລະ ວັດຖຸ​ຕ່າງໆ​ໃຫ້​ແກ່​ຄົນ​ທຸກ​ຍາກ ​ແທນ​ທີ່​ນັ້ນຈະ​ລົງ​ທຶນ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຄວາມ​ສາມາດ ​ແລະ ທັກ​ສະ​ໃຫ້​ແກ່ ປຊຊ.

ຂ່າວ/ບົດ​ອື່ນ