ຄະນະຜູ້ແທນຂັ້ນສູງສະພາສູງສ.ເຊັກໂກຢ້ຽນຢາມນະຄອນດ່າໜັງ

ຄະນະຜູ້ແທນຂັ້ນສູງສະພາສູງສ.ເຊັກໂກຢ້ຽນຢາມນະຄອນດ່າໜັງ - ảnh 1
ທ່ານ ຫງວຽນ​ຊວນ​ແອ​ງ ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ
ຕ້ອນຮັບທ່ານ Milan Stech ປະທານ​ສະພາ​ສູງ ສ.​ເຊັກ​ໂກ
(ພາບ: TTXVN)

(vovworld) –  ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ວັນທີ 18/11, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ສູງ ສ.​ເຊັກ​ໂກ ​ໂດຍ​ທ່ານ Milan Stech ປະທານ​ສະພາ​ສູງ ສ.​ເຊັກ​ໂກ ນຳ​ໜ້າ​ໄປ​ຢ້ຽມຢາມ​ນະຄອນ ​ດ່າ​ໜັງ. ທີ່​ການ​ຕ້ອນຮັບ ທ່ານ ຫງວຽນ​ຊວນ​ແອ​ງ ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ ​ເນັ້ນ​ໜັກ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ເວົ້າ​ລວມ, ຄະນະ​ພັກ ປະຊາຊົນ ນະຄອນ ດ່າ​ໜັງ ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ສ.​ເຊັກ​ໂກ. ທ່ານ ຫງວຽນ​ຊວນ​ແອ​ງ ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ ປາດ​ຖະໜາ​ຢາກ​ລັດຖະບານ ​ເຊັກ​ໂກ ມີ​ມາດ​ຕະການ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ 2 ຝ່າຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ປະ​​ເທດ​ຮ່ວມ​ມື ຊອກ​ຮູ້​ຕະຫລາດ​ເປັນ​ຕົ້ນ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ ສ.​ເຊັກ​ໂກ​ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການຄື​: ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ​ໂທລະ​ຄົມມະນາຄົມ.

 

 

ຂ່າວ/ບົດ​ອື່ນ