(VOVWORLD) - ມາຮອດປັດຈຸບັນ, ມີຄຳເຫັນກ່ວາ 717.000 ຄຳເຫັນຂໍ້ໄດ້ປະກອບເຂົ້າຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013, ໃນນັ້ນມີຄຳເຫັນເຫັນດີ ກ່ວາ 715.000 ຄຳເຫັນ (ກວມເອົາ 99,7%).
ກອງປະຊຸມ (ພາບ: VOV) |
ພາຍຫຼັງຈັດບັນດາຮູບແບບຮັບເອົາຄຳເຫັນເປັນເວລາ 15 ວັນ, ມາຮອດປັດຈຸບັນ, ມີຄຳເຫັນກ່ວາ 717.000 ຄຳເຫັນຂໍ້ໄດ້ປະກອບເຂົ້າຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013, ໃນນັ້ນມີຄຳເຫັນເຫັນດີ ກ່ວາ 715.000 ຄຳເຫັນ (ກວມເອົາ 99,7%).
ສະຫຼຸບຢູ່ກອງປະຊຸມຕີລາຄາເບື້ອງຕົ້ນໝາກຜົນຂອງການຮັບເອົາຄຳເຫັນໃສ່ຮ່າງມະຕິສະບັບດັ່ງກ່າວ ໃນລະບົບແນວໂຮມປະເທດຊາດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 20 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ໂດວັນຈຽນ, ກຳມະການກົມການເມືອງ, ເລຂາຄະນະພັກສູນກາງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ:
ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ປະກາດແຜນການແນະນຳ ແລະ ຈັດການຮັບເອົາຄຳເຫັນໃນລະບົບຮັບປະກັນລັກສະນະເປີດເຜີຍ, ປະຊາທິປະໄຕ, ມີຄຸນນະພາບ, ຖືກຕ້ອງຕາມຄວາມຄືບໜ້າ, ມີເງື່ອນໄຂຢ່າງຄົບຖ້ວນ. ໂດຍໄດ້ຈັດກອງປະຊຸມກ່ວາ 6.500 ຄັ້ງເພື່ອຮັບເອົາຄຳເຫັນ, ດ້ວຍຈິດໃຈທີ່ມີຄວາມຮັບຜິດຊອບ, ສຸດຈິດສຸດໃຈ, ພູມປັນຍາ ເຂົ້າຮ່ວມການປະກອບເຂົ້າຮ່າງມະຕິ.