(VOVWORLD) - ປີ 2025, ທາງກະຊວງໄດ້ຜັນຂະຫຍາຍຫຼາຍໜ້າທີ່ສຳຄັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ.
(ທີ່ກອງປະຊຸມ) |
ຕອນເຊົ້າວັນທີ 18 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານສິດທິມະນຸດປີ 2025 ແລະ ຜັນຂະຫຍາຍໜ້າທີ່ປິ 2026, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສິດທິມະນຸດໂລກ ດ້ວຍຫົວຂໍ້ “ສິດທິມະນຸດ: ບັນດາຄຸນຄ່າຈຳເປັນໃນແຕ່ລະວັນ” ໂດຍສະຫະປະຊາຊາດໄດ້ເລືອກໃຫ້ປີ 2025.
ລາຍງານທີ່ກອງປະຊຸມ, ທ່ານ ຫວູຈຽນທັງ, ຮອງລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ, ປີ 2025, ທາງກະຊວງໄດ້ຜັນຂະຫຍາຍຫຼາຍໜ້າທີ່ສຳຄັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ. ກ່ຽວກັບສິດອອກແຮງງານ ແລະ ວຽກເຮັດງານທຳ, ທ່ານ ຫວູຈຽນທັງ, ເນັ້ນໜັກວ່າ:
“ສິດວຽກເຮັດງານທຳ, ສິດອອກແຮງງານ, ພວກເຮົາພວມຕັ້ງໜ້າເພື່ອໃຫ້ປະຊາຊົນມີວຽກເຮັດງານທຳ. ສະນັ້ນ, ກົດໝາຍວ່າດ້ວຍວຽກເຮັດງານທຳສະບັບປັບປຸງໄດ້ປະກາດໃຊ້. ໃນຂອບເຂດແຮງງານຕ່າງປະເທດ, ທາງກະຊວງກໍ່ໄດ້ເຊັນຂໍ້ຕົກລົງຮ່ວມມືກັບບັນດາອົງການຢູ່ພາຍໃນ, ອົງການຈັດຕັ້ງບັນດາປະເທດເພື່ອຮັບປະກັນແຫຼ່ງກຳລັງຕ່າງປະເທດຂອງ ຫວຽດນາມ”.