(VOVWORLD) - ແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ ໄດ້ຄັດເລືອກ ແລະ ໄຈ້ແຍກ 742 ວິສາຫະກິດທີ່ພວມເຄື່ອນໄຫວໃນ 7 ຂົງເຂດອຸດສາຫະກຳໄຟຟ້າ, ເອກເລັກໂຕນິກຫຼັກແຫຼ່ງຂອງ ຫວຽດນາມ
(ກອງປະຊຸມສຳມະນາ) |
ຕອນເຊົ້າວັນທີ 18 ທັນວາ, ຢູ່ ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ແລະ ອົງການສົ່ງເສີມການຄ້າ - ການລົງທຶນ ສ.ເກົາຫຼີ (KOTRA) ໄດ້ຈັດກອງປະຊຸມສຳມະນາປະກາດແຜນທີ່ “ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ” ແລະ “ບັນຊີວິລາຍຊື່ສາຫະກິດເຊື່ອມຕໍ່” ພາຍຫຼັງວິວັດການໄຈ້ແຍກລົງເລິກຂະແໜງອຸດສາຫະກຳໄຟຟ້າ, ເອເລັກໂຕນິກ (E&E) ຫວຽດນາມ.
ແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ ໄດ້ຄັດເລືອກ ແລະ ໄຈ້ແຍກ 742 ວິສາຫະກິດທີ່ພວມເຄື່ອນໄຫວໃນ 7 ຂົງເຂດອຸດສາຫະກຳໄຟຟ້າ, ເອກເລັກໂຕນິກຫຼັກແຫຼ່ງຂອງ ຫວຽດນາມ, ຕໍ່ຈາກນັ້ນກໍ່ສັບຊ້ອນຄືນເປັນແຜນທີ່ມູນຄ່າ ຕາມແຕ່ລະຂົງເຂດ ແລະ ສະໜອງຂໍ້ມູນລະອຽດເຂົ້າບັນຊີລາຍຊື່. ທ່ານ ບຸຍກວາງຮືງ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃຫ້ຮູ້ວ່າ:
“ເລື່ອງສ້າງແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຊ່ວຍຫັນພາບ ລະບົບສະໜອງໃຫ້ໂປ່ງໃສ. ວິສາຫະກິດມີເງິນລົງທຶນຕ່າງປະເທດ (FDI) ສາມາດຊອກຫາຜູ້ສະໜອງທີ່ເໝາະສົມ. ເມື່ອເຫັນແຈ້ງກ່ຽວກັບກຳລັງຄວາມສາມາດ ແລະ ທີ່ຕັ້ງໃນລະບົບແລ້ວ, ວິສາຫະກິດ ຫວຽດນາມ ມີໂອກາດຮ່ວມມືກັບສາກົນ, ຖ່າຍທອດເຕັກໂນໂລຊີ ແລະ ເຂົ້າຮ່ວມລະບົບສະໜອງທີ່ມີຂອບຂະໜາດໃຫຍ່ຕື່ມອີກ”.
ປະຈຸບັນ, ຫວຽດນາມ ນອນໃນ top 10 ປະເທດສົ່ງອອກເອເລັກໂຕນິກໃຫຍ່ທີ່ສຸດໃນໂລກ, ພ້ອມກັນນັ້ນ ກໍ່ແມ່ນ “ຖານທີ່ໝັ້ນການຜະລິດຍຸດທະສາດ” ຂອງຫຼາຍກຸ່ມບໍລິສັດນາໆຊາດຢູ່ພາກພື້ນ.